ໄຂກອງປະຊຸມຄັ້ງທີ 14 ຄະນະປະຈຳສະພາແຫ່ງຊາດ

(VOVWORLD) - ຕອນເຊົ້າວັນທີ 11 ກັນຍາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ໄຂກອງປະຊຸມຄັ້ງທີ 14 ໂດຍພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ. 
ໄຂກອງປະຊຸມຄັ້ງທີ 14 ຄະນະປະຈຳສະພາແຫ່ງຊາດ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ທີ່ພິທີໄຂ

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ຮູ້ວ່າ: ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາ, ປະກອບຄຳເຫັນກ່ຽວກັບບາງບັນຫາທີ່ຍັງມີຄວາມເຫັນທີ່ແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການວາງແຜນຜັງ, ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ ແລະ ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໜິ້ສາທາລະນະ (ສະບັບປັບປຸງ). ທີ່ກອງປະຊຸມຈັດຕັ້ງແຕ່ວັນທີ 11 -20 ກັນຍາ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍ 7 ສະບັບ ທີ່ຄາດວ່າຈະຍື່ນສະເໜີເປັນຄັ້ງທຳອິດຕໍ່ສະພາແຫ່ງຊາດ ທີ່ກອງປະຊຸມສະໄໝສາມັນຄັ້ງທີ 4. 

ຕອບກັບ

ຂ່າວ/ບົດ​ອື່ນ