ໄຂກອງປະຊຸມຄັ້ງທີ 15 ບັນດາແຂວງ ນຳ​ໃຊ້​​ເສັ້ນທາງ​ເລກ 8 ​ແລະ​ເລກ 12

ກອງ​ປະຊຸມ​ຂັ້ນສູງ​ຄັ້ງທີ 15 ບັນດາ​ແຂວງຂຶ້ນ​ກັບ 3 ປະ​ເທດ​ຫວຽດນາມ​-ລາວ-​ໄທ ນຳ​ໃຊ້​​ເສັ້ນທາງ​ເລກ 8 ​ແລະ​ເລກ 12 ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 6/1 ຢູ່​ແຂວງ​ກວາງ​ບິ່ງ. ກອງ​ປະຊຸມ​ໄດ້​ເຫັນ​ດີ​ເປັນ​ເອກະສັນ ​ເພື່ອຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ແຂວງ​ຕ່າງໆ​ໃນ​​ໄລຍະ​ທີ່​ຈະ​ມາ​ເຖິງ​ກ່ວາ​ອີກ, ຈະ​ສຸມ​ໃສ່​ສະ​ເໜີ​ຕໍ່​ລັດຖະບານບັນດາ​ປະ​ເທດ​ ​ເພື່ອ​ນຳ​​ເສັ້ນທາງເລກ 8 ​ແລະ​ເລກ 12 ​ເຂົ້າ​ໃນ​ສັນຍາ​ແມ່​ກ່ຽວ​ກັບ​ການ​ສ້າງ​ເງື່ອນ​ໄອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຂົນ​ສົ່ງ​ມະນຸດ ​ແລະ​ສິນຄ້າ​ລະຫວ່າງ​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ, ພ້ອມທັງ​ປະຕິບັດ​ບັນດາ​ເນື້ອ​ໃນ​ຮ່ວມ​ມື, ​ເອກະ​ພາບ​ຄ່າ​ທຳນຽມ​ຂົນ​ສົ່ງ​ສິນຄ້າ ​ແລະ​ສັນຍາ​ຂົນ​ສົ່ງ​ສິນຄ້າ ​ເພື່ອ​ພັດທະນາ​ວົງ​ເງິນ​ການ​ຄ້າ​ພາກ​ພື້ນ​​ໃຫ້​ລືນ​ກາຍ 10.000 ຕື້​ດົ່ງ. ຜູ້ຕາງໜ້າ​ການ​ນຳ​ບັນດາແຂວງ​ເຂົ້າຮ່ວມ​ກອງ​ປະຊຸມ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ລວມ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ, ຄົມມະນາຄົມ​ຂົນ​ສົ່ງ, ການ​ສຶກສາ​ບຳລຸງ​ສ້າງ…..
ຂ່າວ/ບົດ​ອື່ນ