ໄຂກອງປະຊຸມຄັ້ງທີ 23 ຄະນະປະຈຳສະພາແຫ່ງຊາດ

(VOVWORLD) -ຕອນເຊົ້າວັນທີ 10 ເມສາ, ຢູ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ຄະນະປະຈຳສະພາແຫ່ງຊາດ ໄດ້ໄຂກອງປະຊຸມຄັ້ງທີ 23.

ໄຂກອງປະຊຸມຄັ້ງທີ 23 ຄະນະປະຈຳສະພາແຫ່ງຊາດ - ảnh 1 ໄຂກອງປະຊຸມຄັ້ງທີ 23 ຄະນະປະຈຳສະພາແຫ່ງຊາດ

(ພາບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງທີ 23 ຂອງຄະນະປະຈຳສະພາແຫ່ງຊາດ ມີ 14 ເນື້ອໃນ, ດ້ວຍ 4 ໝວດບັນຫາຕ້ອງພິຈາລະນາ, ປຶກສາຫາລື. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ສະເໜີວ່າ.

      “ຄະນະປະຈຳສະພາແຫ່ງຊາດສະເໜີໃຫ້ລັດຖະບານ ຄວນສຸມໃສ່ຊີ້ນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຖອດຖອນບົດຮຽນຢ່າງເຂັ້ມງວດ ເພື່ອສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ແລະ ບັນດາອົງການຂອງສະພາແຫ່ງຊາດຢ່າງແໜ້ນແຟ້ນ, ຮັບປະກັນຄຸນນະພາບຄວາມຄືບໜ້າກະກຽມບັນດາເນື້ອໃນກ່ອນທີ່ສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ນຳເຂົ້າລາຍການຂອງກອງປະຊຸມ, ເພື່ອຫຼີກລ້ຽງການປັບປຸງ, ເພີ່ມເຕີ່ມ ແລະ ຖອດຖອນບົດຮຽນຄືໄລຍະຜ່ານມາ ກໍຄືທີ່ກອງປະຊຸມຄັ້ງນີ້”.

      ໃນຕອນເຊົ້າ, ຄະນະປະຈຳສະພາແຫ່ງຊາດ ປຶກສາຫາລືກ່ຽວກັບບັນດາຮ່າງກົດໝາຍວ່າດ້ວຍຕຳຫຼວດທະເລ. ຕອນບ່າຍ, ຄະນະປະຈຳສະພາແຫ່ງຊາດ ຈັດກອງປະຊຸມສະເພາະ, ໃຫ້ຄຳເຫັນກ່ຽວກັບບົດລາຍງານຕິດຕາມກວດກາຫົວເລື່ອງສະເພາະ “ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການຄຸ້ມຄອງ, ນຳໃຊ້ທຶນ, ຊັບສິນຂອງລັດ ຢູ່ບັນດາວິສາຫະກິດ ແລະ ຫັນລັດວິສາຫະກິດເປັນຫຸ້ນສ່ວນໄລຍະ 2011 - 2016”.

ຕອບກັບ

ຂ່າວ/ບົດ​ອື່ນ