ໄຂ​ກອງ​ປະ​ຊຸມ​ຄ​ັ້ງ​ທີ 34 ຂອງຄ​ະ​ນະ​​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

(VOVWORLD) - ຕອນເຊົ້າວັນທີ 8 ພຶດສະພາ, ຢູ່ສຳນັກງານສະພາແຫ່ງຊາດ, ຄະນະປະຈຳ ສະພາແຫ່ງຊາດໄດ້ຈັດຕັ້ງກອງປະຊຸມ ຄັ້ງທີ 34ຂຶ້ນ.
ໄຂ​ກອງ​ປະ​ຊຸມ​ຄ​ັ້ງ​ທີ 34 ຂອງຄ​ະ​ນະ​​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ - ảnh 1ທ່ານນາງ ຫວຽນທິກິມເງິນ ກ່າວຄຳເຫັນໄຂກອງປະຊຸມຄັ້ງທີ 34 ຂອງຄະນະກຳມະການປະຈຳສະພາແຫ່ງຊາດ (ພາບ: ຈ້ອງເຕີີ໊ນ/TTXVN)

ໃນ 3 ວັນດຳເນີນກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳຄິດເຫັນໃສ່ຮ່າງກົດໝາຍວ່າດ້ວຍການປັບປຸງ,ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການລົງທຶນສາທາລະນະ; ຮ່າງປະມວນກົດໝາຍແຮງງານ (ສະບັບປັບປຸງ) ແລະ ການເຂົ້າຮ່ວມສົນທີສັນຍາເລັກທີ 98 ຂອງອົງການແຮງງານສາກົນກ່ຽວກັບການນຳໃຊ້ບັນດາຫຼັກການຂອງສິິຈັດຕັ້ງ ແລະ ເຈລະຈາສັນຍາແຮງງານລວມໝູ່.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ສະເໜີລັດຖະບານ ມີນະໂຍບາຍບຸລິມະສິດແກ່ການລົງທຶນ ພໍ່ພຽງແຕ່ວິສາຫະກິດມີເງິນລົງທຶນ FDI ເທົ່ານັ້ນ ຫາກຍັງມີວິສາຫະກິດພາຍໃນປະເທດອີກດ້ວຍ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວວ່າ:

        ສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໄດ້ຮັບການປັບປຸງ ແຕ່ຍັງບໍ່ທັນບັນລຸຄວາມຮຽກຮ້ອງຕ້ອງການຕາມສະພາບການຕົວຈິງ. ວິສາຫະກິດຕ່າງປະເທດໄດ້ຮັບຄວາມສະດວກຫລາຍກ່ວາ, ບັນດາອົງການສຳນັກງານພາກລັດຖືກກໍ່ຄວາມຫຍຸ້ງຍາກໜ້ອຍລົງ. ແຕ່ວິສາຫະກິດພາຍໃນປະເທດ ຍັງປະສົບກັບສິ່ງຄ້າງຄາ, ຄວາມຫຍຸ້ງຍາກທາງດ້ານລະບຽບການບໍລິຫານ. ໃນຊຸມເດືອນຕົ້ນປີ 2019 ສະພາບຈົດທະບຽນສ້າງຕັ້ງວິສາຫະກິດມີສັນຍານຊັກຊ້າລົງ. ບັນຫານີ້ ລັດຖະບານຄວນຕິດຕາມ ເພື່ອໃຫ້ມີມາດຕະການເໝາະສົມ.

ກ່ຽວກັບວຽກງານຕິດຕາມກວດກາ, ຄະນະປະຈຳ ສະພາແຫ່ງຊາດໄດ້ປຶກສາຫາລືບັນດາຮ່າງບົດລາຍງານໝາກຜົນຂອງການຕິດຕາມກວດກາການແກ້ໄຂ, ຕອບຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງທີ່ສົ່ງໄປຍັງກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ; ໃຫ້ຄຳຄິດເຫັນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ.

ກໍ່ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດໄດ້ຮັບຟັງການລາຍງານຂອງລັດຖະບານກ່ຽວກັບການຕີລາຄາເພີ່ມເຕີມຕໍ່ໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2018, ຕີລາຄາສະພາບການຜັນຂະຫຍາຍການປະຕິບັດແຜນການພັດທະນາ ເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ໃນຊຸມເດືອນຕົ້ນປີ 2019; ສະຫຼຸບຂາດຕົວງົບປະມານແຫ່ງລັດໃນປີ 2017; ການນຳໃຊ້ແຫຼ່ງເງິນທຶນ 10 ຕື້ດົ່ງທີ່ມາຈາກການດັບປັບຫຼູດຜ່ອນບັນດາແຫຼ່ງເງິນທຶນໃຫ້ແກ່ບັນດາໂຄງການສຳຄັນແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ