ໄຂ​ກອງ​ປະ​ຊຸມຄັ້ງ​ທີ 37 ຂອງ​ຄະ​ນະ​ປະ​ຈຳ​​ສະ​ພາ​ແຫ່ງ​ຊາດ

(VOVWORLD) -ຕອນເຊົ້າວັນທີ 9 ກັນຍາ, ຢູ່ ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດໄດ້ຈັດຕັ້ງກອງປະຊຸມຄັ້ງທີ 37, ເຊິ່ງດຳເນີນໃນລະຫວ່າງວັນທີ 9 – 21 ກັນຍາ.
ໄຂ​ກອງ​ປະ​ຊຸມຄັ້ງ​ທີ 37 ຂອງ​ຄະ​ນະ​ປະ​ຈຳ​​ສະ​ພາ​ແຫ່ງ​ຊາດ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມຫງວຽນທິກິມເງິນກ່າວຄຳເຫັນໄຂ ກອງປະຊຸມຄັ້ງທີ 37 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ: Quochoi.vn)

ລາຍການຄາດຄະເນວ່າ, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນ, ອະທິບາຍ, ຮັບຟັງ, ປັບປຸງບັນດາຮ່າງກົດໝາຍຄື: ກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານໄພພິບັດທຳມະຊາດ ແລະ ກົດໝາຍວ່າດ້ວຍລະບົບຄັນຄູ…ນອກຈາກນັ້ນ, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນກ່ຽວກັບບັນດາຮ່າງມະຕິຕ່າງໆຄື:ມະຕິຂອງສະພາແຫ່ງຊາດກ່ຽວກັບການແກ້ໄຂເງິນພາສີຕິດໜີ້ສຳລັບຜູ້ເສຍພາສີອາກອນທີ່ບໍ່ສາມາດມອບເຂົ້າງົບປະມານແຫ່ງລັດຕໍ່ອີກ,ມະຕິຂອງສະພາແຫ່ງຊາດໃນການອະນຸມັດຜ່ານແຜນຮ່າງສັງລວມຂອງການລົງທຶນພັດທະນາເສດຖະກິດ - ສັງຄົມຢູ່ເຂດຊົນເຜົ່າສ່ວນໜ້ອຍ, ເຂດພູສູງ ແລະ ເຂດທີ່ມີເງື່ອນໄຂເສດຖະກິດສັງຄົມຫຍຸ້ງຍາກພິເສດໄລຍະ 2021 – 2025…

ຕອບກັບ

ຂ່າວ/ບົດ​ອື່ນ