ໄຂກອງປະຊຸມຄັ້ງທີ 5 ຊຸດທີ 6 ສະມາຄົມພຸດທະສາສະໜາ ຫວຽດນາມ

ໄຂກອງປະຊຸມຄັ້ງທີ 5 ຊຸດທີ 6 ສະມາຄົມພຸດທະສາສະໜາ ຫວຽດນາມ  - ảnh 1
(ພາບ: phattuvietnam.net)

ຕອນ​ເຊົ້າ​ວັນ​ທີ 28/12, ຢູ່​ນະຄອນ ​ໂຮ່ຈີ​ມິນ, ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ​ໄດ້​ໄຂ​ກອງ​ປະຊຸມ​ຄັ້ງ​ທີ 5 ຊຸດ​ທີ 6. ປີ 2011 ​ແມ່ນ​ປີ​ທີ 4 ທີ່ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ພຸດທະ​ສາສະໜາ ຫວຽດນາມ​ ທົ່ວ​ປະ​ເທດ​ຄັ້ງ​ທີ 6 (2007-2012). ນີ້​ກໍ່​ແມ່ນ​ປີ​ທີ່​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ​ວ່າ ​​ໄດ້​ປະຕິບັດ​ທິດ​ນຳ​ແຫ່ງ​ການ​ເຄື່ອນ​ໄຫວ​​ເຊິ່ງໄດ້​ວາງ​ອອກ​ຄື: ”ທຳ​ມະ - ປະ​ເທດ​ຊາດ ​ແລະ​ ສັງຄົມ​ນິຍົມ” ​ຢ່າງ​ມີ​ປະສິດທິ​ຜົນ. ພະ​ມະຫາ​ອາຈານ ທິກ​ຕື່​ເຍີນ, ຮອງ​ປະທານ ສະພາບໍລິຫານສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ, ​ໃຫ້​ຮູ້​ວ່າ:

“ປີ 2012 ​ແມ່ນ​ປີ​ສິ້ນ​ສຸດ​ອາຍຸ​ການທີ 6 ຂອງ​ສູນ​ກາງສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ. ​ຈຸ​ດໝາຍເຄື່ອນ​ໄຫວ​ໃນ​ປີ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​ປະຕິບັດ​ສຳ​ເລັດ​ແຜນການ 3 ປີ, ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ພຸດທະ​ສາສະໜາ​ທົ່ວ​ປະ​ເທດ​ຄັ້ງ​ທີ 7 ​ເຊິ່ງຖືກ​ຈັດ​ຕັ້ງ​ໃນ​ທ້າຍ​ປີ​ຢູ່ ຮ່າ​ໂນ້ຍ. ນີ້​ແມ່ນ​ວຽກ​ງານ​ສາສະໜາ​ທີ່​ສຳຄັນ ມີ​ລັກສະນະຕັດສິນຊີ້​ຂາດ​ບັນດາ​ການ​ເຄື່ອນ​ໄຫວ​ສາສະໜາ”

    ປະຈຸ​ບັນ, ຫວຽດນາມ​ມີ ພະສົງ​ສາມະ​ເນນ 46.500 ອົງ, ມີວັດວາອາ​ຮາມ​ເກືອບ 15.000 ​ແຫ່ງ ​ແລະ​ພຸດ​ທະ​ສາສະ​ນີກະ​ຊົນ​ນັບ​ລ້ານ​ຄົນ. ປີ 2012, ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ຕັດສິນ​ໃຈ​ເຮັດ​ວຽກ​ງານ​ສາສະໜາ​ເປັນ​ຢ່າງ​ດີ, ສຶກສາ​ພຸດທະ​ສາສະໜາ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ຂອງ​ພັກ ​ແລະ ລັດ, ສະໜັບສະໜູນ​ຂະ​ບວນການ​ໂດຍ​ທ້ອງ​ຖີ່​ນປຸກລະດົມ, ພິ​ເສດ​ແມ່ນ​ຂະ​ບວນການ​ສັງ​ຄົນ ​ແລະ ວຽກ​ງານ​ກຸສົນ.

ຂ່າວ/ບົດ​ອື່ນ