ໄຂກອງປະຊຸມຄັ້ງທີ 5 ສະພາປະຊາຊົນນະຄອນໂຮ່ຈີມິນ ຊຸດທີ 9

(VOVWORLD) - ກອງປະຊຸມຄັ້ງທີ 5 ສະພາປະຊາຊົນນະຄອນ ໂຮ່ຈີມິນ ຊຸດທີ 9 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 4 ກໍລະກົດ. ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ເຂົ້າຮ່ວມກອງປະຊຸມ.
ໄຂກອງປະຊຸມຄັ້ງທີ 5 ສະພາປະຊາຊົນນະຄອນໂຮ່ຈີມິນ ຊຸດທີ 9 - ảnh 1ກອງປະຊຸມຄັ້ງທີ 5 ສະພາປະຊາຊົນນະຄອນ ໂຮ່ຈີມິນ ຊຸດທີ 9  

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງ ຫງວຽນທິກວຽດເຕີມ, ປະທານສະພາປະຊາຊົນນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2017, ສະພາບການການເມືອງ, ສັງຄົມ ໃນບໍລິເວນນະຄອນໄດ້ຮັບການຮັກສາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມລະບຽບຮຽບຮ້ອຍທາງສັງຄົມໄດ້ຮັບປະກັນ, ເສດຖະກິດ - ສັງຄົມ ນະຄອນສືບຕໍ່ບັນລຸໄດ້ບັນດາໝາກຜົນສຳຄັນ. ທ່ານນາງ ຫງວຽນທິກວຽດເຕີມ ສະເໜີໃຫ້ບັນດາຜູ້ແທນສຸມໃສ່ປຶກສາຫາລື, ພິຈາລະນາ ຕັດສິນບັນດາບັນຫາສຳຄັນເຊິ່ງແຜນການຂອງກອງປະຊຸມໄດ້ວາງອອກຕິດພັນກັບສະພາບຕົວຈິງ, ຕອບສະໜອງຄຳຮຽກຮ້ອງພັດທະນາຂອງນະຄອນ. ໃນນັ້ນ, ສຸມໃສ່ປຶກສາຫາລືກ່ຽວກັບມາດຕະການເພື່ອຄຸນນະພາບການເຕີບໂຕເສດຖະກິດແບບຍືນຍົງ, ບັນລຸຄາດໝາຍປີ 2017 ຍອດຜະລິດຕະພັນພາຍໃນເພີ່ມຂຶ້ນແຕ່ 8,4 -8,7%, ມາດຕະການສ້າງບຸກທະລຸ ແລະ ຄົບຊຸດໃນການປະຕິຮູບການບໍລິຫານ…

ຕອບກັບ

ຂ່າວ/ບົດ​ອື່ນ