ໄຂກອງປະຊຸມຄັ້ງທີ 7 ຄະນະ ບໍລິຫານງານສູນກາງພັກຊຸດທີ 11

ໄຂກອງປະຊຸມຄັ້ງທີ 7 ຄະນະ ບໍລິຫານງານສູນກາງພັກຊຸດທີ 11 - ảnh 1
ກອງ​ປະຊຸມ​ຄັ້ງ​ທີ 7 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11
(ພາບ: vietnamplus.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 02/05, ກອງ​ປະຊຸມ​ຄັ້ງ​ທີ 7 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 11 ​ຖືກ​ໄຂ​ຂຶ້ນ​ຢ່າງ​ສົມ​ກຽ​ດຢູ່​ຮ່າ​ໂນ້ຍ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ບໍລິຫານ​ງານ​ສູນ​ກາງ​ໄດ້​ພິຈາລະນາ, ຕົກລົງ, ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ຄື: ສືບ​ຕໍ່​ປ່ຽນ​ໃໝ່, ປັບປຸງລະ​ບົບການ​ເມືອງ​ຈາກ​ສູນ​ກາງລົງ​ຮອດຂັ້ນ​ຮາກ​ຖານ; ປ່ຽນ​ໃໝ່, ​ເພີ່ມ​ທະວີ​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ທີ່​ມີ​ຕໍ່​ວຽກ​ງານ​ຂົນຂວາຍ​ປະຊາຊົນ; ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ; ສະຫລຸບ​ 1 ປີ​ແຫ່ງ​ການ​ປະຕິບັດ​ມະ​ຕິ​ຂອງ​ສູນ​ກາງ 4 (ຊຸດ​ທີ 11) ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ; ວາງ​ແຜນການ​ພະນັກງາ​ນຂັ້ນ​ຍຸດ​ທະ​ສາດ; ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຍູ້​ແຮງ​ວຽກ​ງານ​ປົກ​ປັກ​ຮັກສາ​ຊັບພະ​ຍາ​ກອນ, ສິ່ງ​ແວດ​ລ້ອມ ​ແລະ ບາງ​ບັນ​ຫາ​ສຳຄັນ​ອື່ນໆ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ້​ສະ​ເໜີ 6 ບັນຫາ ​ເພື່ອ​ໃຫ້​ສູນ​ກາງ ​ແລະ ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປຶກສາ​ຫາລື, ພິຈາລະນາ ​ແລະ ຕົກລົງ.

  ກ່ຽວ​ກັບ​ບັນຫາ​ສືບ​ຕໍ່​ປ່ຽນ​ໃໝ່, ປັບປຸງ​ລະບົບ​ການ​ເມືອງຈາກ​ສູນ​ກາງລົງຮອດຂັ້ນ​ຮາກ​ຖານ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ສະ​ເໜີ​ໃຫ້​ກອງ​ປະຊຸມ​ຕ້ອງ​ສຸມ​ໃສ່​ປຶກສາ​ຫາລື, ຕີ​ລາຄາ​ບັນດາ​ບັນຫາທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ຊາບ​ຊືມຢ່າງຮອບດ້ານ ​ແລະ ຈັດ​ຕັ້ງ​ປະຕິບັດ​ບັນດາ​ມະຕິ, ຂໍ້​ສະຫຼຸບ​ຂອງ​ສູນ​ກາງ, ຊີ້​ອອກດ້ານ​ດີ ​ແລະ ດ້ານອອ່ນ, ​ໄຈ້​ແຍກ​ເຫດຜົນ, ສະ​ເໜີ​ບັນດາ​ທັດສະນະ, ​ແຜນ​ນະ​ໂຍບາຍ ​ແລະ ມາດ​ຕະການ​ແກ້​ໄຂ​ຂໍ້​ຄົງ​ຂ້າງ, ອ່ອນ​ດ້ອຍ.

ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟູ​ຈ້ອງ ສະ​ເຫ​ນີ​ໃຫ້​ບັນດາ​ຜູ້​ແທນ​ຈົ່ງຄົ້ນ​ຄ້ວາ​ຢ່າງ​ລະອຽດ, ປຶກສາ​ຫາລື​ບັນດາ​ເນື້ອ​ໃນ​ບົດ​ລາຍ​ງານ​ອະພິປາຍ, ຮັບ​ເອົາ​ຄຳ​ເຫັນ​ປະກອບ​ຂອງ​ປະຊາຊົນ ​ແລະ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ​ຊື່​ງຄະນະ​ກຳມະການ​ປັບປຸງ​ລັດຖະທຳ​ມະນູນ​ຍື່ນ​ສະ​ເຫ​ນີ​ໃຫ້​ເລິກ​ເຊິ່ງ ​ແລະ ປະກອບ​ຄ​ຳ​ເຫັນ​ມີ​ຄຸນ​ນະພາ​ບ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ກ່າວ​ວ່າ:

        “ບົນ​ຈິດ​ໃຈ​ລວມ ຕ້ອງຮັບ​ຟັງ​ຄວາມ​ເຫັນ​ຂອງ​ປະຊາຊົນ​ຢ່າງ​ຈິງ​​ໃຈ, ຮັບ​ເອົາ​ຄຳ​ເຫັນ​ທີ່​ເໝາະ​ສົມ​ທັງ​ໝົດ, ຢືດໝັ້ນ​ບັນດາ​ບັນຫາ​ທີ່​ມີ​ລັກສະນະ​ຫລັກການ, ຂຶ້ນ​ກັບ​ທາດ​ແທ້​ຂອງ​ລະບອບ​ການ​ເມືອງ ​ແລະ ລັດ, ສືບ​ຕໍ່​ຢືນຢັນລັດ​ຫວຽດນາມ​ແມ່ນ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ, ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ສິດ​ອຳນາດ​ແຫ່ງ​ລັດ​ທັງ​ໝົດ​ແມ່ນ​ຂຶ້ນ​ກັບ​ປະຊາຊົນ. ສິດ​ອຳນາດ​ແຫ່ງ​ລັດ​​ເປັນ​ເອກະ​ພາບ, ມີ​ການ​ແບ່ງງານ,ການສົມທົບ ​ແລະ ກວດກາ​ລະຫວ່າງ​ບັນດາ​ອົງການ​ໃນ​ການ​ປະຕິບັດ​ອຳນາດ​ນິຕິ​ບັນຍັດ, ອຳນາດ​ບໍລິຫານ, ອຳນາດ​ຕຸລາການ, ພັດທະນາ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ​ຕາ​ມ​ກຳນົດ​ທິດ​ສັງຄົມ​ນິຍົມ. ສຳລັບ​ບັນດາ​ບັນຫາ​​ໃຫມ່​ສຸດ​ຫລື​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ, ສູນ​ກາງ​ຄວນ​ພິຈາລະນາ, ​ແລກປ່ຽນ​ຢ່າງ​ລະອຽດ​ເພື່ອ​ມີ​ວິ​ທີ​ການ​ຮັບ​ເອົາ, ອະພິປາຍ​ຢ່າງ​ເໝາະ​ສົມ.”

ກ່ຽວ​ກັບ​ການວາງ​ແຜນ​ພະນັກງານ​ຂັ້ນ​ຍຸດ​ທະ​ສາດ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ເນັ້ນ​ຫນັກ​ວ່າ:

        “ການ​​ເລືອກ​ເຟັ້ນບຸກຄະລາ​ກອນ​ເຂົ້າ​ໃນ​ການວາງ​ແຜນ​ພະນັກງານ​ຕ້ອງ​ປະຕິບັດ​   ຖື​ກກັບ​ເປົ້າ​ໝາຍ, ​ເກັ່ນ​ອາຍຸ, ຈຳນວນ​ພະນັກງານ ​ແລະ ​ໂຄງ​ປະກອບ ຄື​ດັ່ງ​ແຜ​ນຮ່າງ​ວາງ​​ແຜນ​ພະນັກງານ​ຊື່​ງກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 6 ​ໄດ້​ຮັບຮອງ​ເອົາ. ນອກ​ນັ້ນ ຕ້ອງ​ຈຳ​ແນ​ກວຽກ​ງານ​ວາງ​ແຜ​ນພະນັກງານ​ກັບ​ວຽກ​ງານ​ບຸກຄະລາ​ກອນ. ການ​ເລືອກ​ເຟັ້ນບຸກຄະລາ​ກອນ​ຕ້ອງ​ມີ​ມາດຖານ, ຮັບປະກັນ​ລັກສະນະ​ເປັນ​ເອກະ​ພາບ, ຄົບ​ຊຸດ ​ແລະ​ເຊື່ອມ​ຕໍ່ລະຫວ່າງ​ການວາງ​ແຜນ​ພະນັກງານ​ຈາກ​ຂັ້ນ​ເທິງ ​ແລະ ຂັ້ນ​ລຸ່ມ ພ້ອມ​ທັງ​ຕ້ອງ​ປະຕິບັດ​ເປັນ​ຫລາຍ​ຄັ້ງ.”

       

 

 

 

 

 

ຂ່າວ/ບົດ​ອື່ນ