ໄຂກອງປະຊຸມຄັ້ງທີ25ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ

ໄຂກອງປະຊຸມຄັ້ງທີ25ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ - ảnh 1
ກອງ​ປະຊຸມ​ຄັ້ງ​ທີ 25 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​


(vovworld) - ກອງ​ປະຊຸມ​ຄັ້ງ​ທີ 25 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ ດຳ​ເນີນ​ໄປ​ໃນ​ວັນ​ທີ 20 ​ແລະ 21/2. ຕາມ​ລາຍການ​ເຮັດ​ວຽກ​ແລ້ວ, ຄະນະ​ປະຈຳ​ສະພາ​ແຫ່ງຊາດ ຈະປຶກສາ​ຫາລື​ບັນດາ​ບັນຫາ​ສຳຄັນ​ທີ່​ຍັງ​ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າ​ງກົດໝາຍ​ບາງ​ສະບັບ, ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ ສະບັບ​ປັບປຸງ, ກົດໝາຍ​ວ່າ​ດ້ວຍ​ການ​ກໍ່ສ້າງ ສະບັບ​ປັບປຸງ, ກົດໝາຍ​ວ່າ​ດ້ວຍ​ທະບຽນ​ສານ ສະບັບ​ປັບປຸງ, ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ຂອງ​ລັດ.

ຄະນະ​ປະຈຳ​ສະພາ​ແຫ່​ງຊາດ ຈະ​​ໃຫ້​ຄຳ​ເຫັນກ່ຽວ​ກັບ​ບົດ​ລາຍ​ງານ​ຕີ​ລາຄາ, ຖອດ​ຖອນ​ບົດຮຽນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ​ເລກທີ 35 ຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ລົງ​ຄະ​ແນນ​ສຽງ ​ແລະ ປ່ອນ​ບັດ​ໄວ້​ວາງ​ໃຈສຳລັບ​ຜູ້​ດຳລົງ​ຕຳ​ແຫນ່​ງ​ໂດຍ ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ​ຫລື ​ໃຫ້​ສັດຕະຍາບັນ ​ແລະ ຕົກລົງ​ບາງ​ເນື້ອ​ໃນ​ສຳຄັນ​ອື່ນ.

ຂ່າວ/ບົດ​ອື່ນ