ໄຂກອງປະຊຸມຄັ້ງທີ4ຄະນະບໍລິຫານງານສູນກາງພັກຊຸດທີ12

ໄຂກອງປະຊຸມຄັ້ງທີ4ຄະນະບໍລິຫານງານສູນກາງພັກຊຸດທີ12 - ảnh 1

ໄຊກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູ​ນ​ກາງ​ພັກ​ຊຸດ​ທີ 12

(vovworld)-  ຕອນ​ເຊົ້າ​ວັນ​ທີ 9/10, ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູ​ນ​ກາງ​ພັກ​ຊຸດ​ທີ 12 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ ຮ່າ​ໂນ້ຍ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເປັນ​ປະ​ທານກ​ອງ​ປະ​ຊຸມ. ທີ່ກອງ​ປະ​ຊຸມ​ຄັ້ງນີ້ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ ໄດ້​ປຶກ​ສາ​ຫາ​ລື, ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິ​ດ​ສັງ​ຄົມ​ປີ 2016, ຄາດ​ຄະ​ເນ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ປີ 2017, ວາງ​ແຜນ​ນະ​ໂຍ​ບາຍ​ໃຫຍ່​ເພື່ອ​ປ່ຽນ​ໃຫມ່​ຮູບ​ແບບ​ເຕີບ​ໂຕ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຕີບ​ໂຕ, ສະ​ມັດ​ຕະ​ພາບ​ແຮງ​ງານ, ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ.  ກອງ​ປະ​ຊຸມ​ກໍ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ວິ​ວັດການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ສັງ​ຄົມ​ໃນ​ສະ​ພາບ​ການ​ຫວຽດ​ນາມ ເຂົ້າ​ຮ່​ວມ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ລຸ້ນ​ໃຫມ່.

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເນັ້ນ​ຫນັກ​ວ່າ: ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ​ປີ 2016, ສູນ​ກາງ​ຕ້ອງ​ປືກ​ສາ​ຫາ​ລື, ຕີ​ລາ​ຄາ​​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໃນ 9 ເດືອນ​ຜ່ານ​ມາຢ່າງ​ພາ​ວະ​ວິ​ໄສ, ຮອບ​ດ້ານ ແລະ ຄາດ​ຄະ​ເນ​ໄລ​ຍະ​ທ້າຍ​ປີ. ພິ​ເສດ​ເອົາ​ໃຈ​ໃສ່​ບັນ​ດາ​ນະ​ໂຍ​ບາຍ, ມາດ​ຕະ​ການ​ບຸກ​ທະ​ລຸ​ເພື່ອ​ຄວບ​ຄຸມ​ຫນີ້​ສາ​ທາ​ລະ​ນະ, ຫນີ້​ເສຍ, ສ້າງ​ໂຄງ​ປະ​ກອບ​ງົບ​ປະ​ມານ​ແຫ່ງ​ລັດ​ຄືນ​ໃຫມ່, ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ຂອງ​ລັດ, ບັນ​ດາ​ລັດ​ວິ​ສາ​ຫະ​ກິດ ແລະ ລະ​ບົບ​ທະ​ນາ​ຄານ​ການ​ຄ້າ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ເພື່​ອ​ລະ​ດົມ ແລະ ນຳ​ໃຊ້​ບັນ​ດາ​ແຫລ່ງ​ກຳ​ລັງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຮັບ​ປະ​ກັນ​ການ​ດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ.

ກ່ຽວ​ກັບ​ການ​ປ່ຽນ​ໃຫມ່​ຮູບ​ແບບ​ການ​ເຕີບ​ໂຕ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຕີບ​ໂຕ, ສະ​ມັດ​ຕະ​ພາບ​ແຮງ​ງານ ແລະ ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເນັ້ນ​ຫນັກ​ວ່າ: ນີ້​ແມ່ນ​ບັນ​ຫາ​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ ແລະ ຄວາມສຳ​ຄັນ​ພິ​ເສດ, ຕັດ​ສິນ​ຊີ້​ຂາດ​ຜົນ​ສຳ​ເລັດ​ຂອງ​ພາ​ລະ​ກິດ​ປ່ຽນ​ແປງ​ໃຫ​ມ່. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢືນ​ຢັນ​ວ່າ:

“ສະ​ເຫນີ​ສູນ​ກາງ​ປຶກ​ສາ​ຫາ​ລື​ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ຢ່າງ​ຈະ​ແຈ້ງ ຄວນ​ສູ້​ຊົນ​ສ້າງ​ການ​ປ່ຽນ​ແປງ​ໃຫມ່​ເມື່ອ​ທຽບ​ໃສ່​ຮູບ​ແບບ​ປະ​ຈຸ​ບັນ ແລະ ປະ​ຕິ​ບັດ​ໃນ​ໄລ​ຍະ 3-5 ປີ ຈະ​ມາ​ເຖິງ, ວິ​ໄສ​ທັດ​ຮອດ​ປີ 2030; ບັນ​ດາ​ແຜນ​ນະ​ໂຍ​ບາຍ, ມາດ​ຕະ​ການ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ, ຫັນ​ປ່ຽນ​ອົງ​ປະ​ກອບ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ແຮງ​ງານ, ລະ​ດົມ ແລະ ນຳ​ໃຊ້​ບັນ​ດາ​ແຫລ່ງ​ກຳ​ລັງ​ສັງ​ຄົມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​, ພິ​ເສດ​ແມ່ນ​ແຫລ່ງ​ກຳ​ລັງ​ຈາກ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ.”

ກ່ຽວ​ກັບ​ການ​ປະ​ຕິ​ບັດ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຊີ້​ແຈ້ງວ່າ ໃນ​ຊຸມ​ປີມໍ່ໆ​ມານີ້, ຫວຽດ​ນາມ ປະ​ຕິ​ບັດ​ສັນ​ຍາ​ການ​ຄ້າ​ເສ​ລີ​ລຸ້ນ​ໃຫມ່​ຫລາຍ​ສະ​ບັບ. ເລື່ອງ​ປະ​ຊາ​ຄົມ ເສດ​ຖະ​ກິດ ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ເປັນ​ທາງ​ການ, ຜັນ​ຂະ​ຫຍາຍ​ການ​ປ​ະ​ຕິ​ບັດ​ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ​ສ​ເກົາ​ຫລີ, ກັບ​ສະ​ຫະ​ພັນ​ເສດ​ຖະ​ກິດ ອາ​ຊີ ເອີ​ລົບ ພິ​ເສດ​ແມ່ນ​ເລື່ອງ​ລົງ​ນາມ ແລະ ກະ​ກຽມ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ ແລະ ສັນ​ຍາ​ການ​ຄ້າ​ເສ​ລີ​ກັບ ອີ​ຢູ ໄດ້ ແລະ ຈະ​ເປີດ​ກາ​ລະ​ໂອ​ກາດ​ຫລາຍ​ຢ່າງ ແຕ່ກໍ່​ວາງ​ອອກ​ຄວາມ​ຫຍຸ້ງ​ຍາກບໍ່​ແມ່ນ​ຫນ້ອຍ, ສິ່ງ​ທ້າ​ທາຍ​ໃຫມ່, ບໍ່​ພຽງ​ແຕ່​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ຕ່າງ​ປະ​ເທດ, ວັດ​ທະ​ນະ​ທຳ ສັງ​ຄົມ​ອີກ​ດ້ວຍ. ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ​ສະ​ເຫນີ: ສູນ​ກາງ​ຕີ​ລາ​ຄາ​ຮອບ​ດ້ານ, ພາ​ວະ​ວິ​ໄສ, ຮັບ​ຮູ້​ຢ່າງ​ຊັດ​ເຈນ​ບັນ​ດາ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ສຳ​ລັບ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ ແລະ ພາ​ລະ​ກິດ​ສ້າງ​ສາ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ໄລ​ຍະ 5-10 ປີ​ຈະ​ມາ​ເຖິງ. 


ຕອບກັບ

ຂ່າວ/ບົດ​ອື່ນ