ໄຂກອງ​ປະຊຸມ​ຄະນະ​ບໍລິຫານງານ​ສະຫະພັນ​​ໃຫຍ່ແຮງ​ງານ

ໄຂກອງ​ປະຊຸມ​ຄະນະ​ບໍລິຫານງານ​ສະຫະພັນ​​ໃຫຍ່ແຮງ​ງານ - ảnh 1
( ພາບ: http://www.congdoanvn.org.vn/ )
ກອງ​ປະຊຸມ​ຄະນະ​ບໍລິຫານງານ​ສະຫະພັນ​​ໃຫຍ່ແຮງ​ງານ ຫວຽ​ດນາມ ຄັ້ງ​ທີ 8 ( ຊຸດ​ທີ 10 ) ​ໄດ້​ໄຂ​ຂື້ນ​ໃນ​ຕອນ​ເຊົ້າວັນ​ທີ 4 ມັງກອນ ຢູ່ ຮ່າ​ໂນ້​ຍ. ຕາມ​ບົດ​ລາຍ​ງານ​​ທີ່​ກອງ​ປະຊຸມ, ພາຍຫຼັງ​ເຄິ່ງ​ອາຍຸ​ແຫ່ງ​ການການ​ເຄື່ອນ​ໄຫວ, ກຳມະບານ​ໄດ້​ມີ​ການ​ປ່ຽນ​ແປງ​ໃໝ່​ຫຼາ​ຍຢ່າງ​ກ່ຽວ​ກັບ​ການຈັດ​ຕັ້ງ, ​ເນື້ອ​ໃນ, ວິທີ​ການ​ເຄື່ອນ​ໄຫວ ​ແລະ ມຸ່ງ​ໄປສູ່​ຮາກ​ຖານ. ມີ​ການ​ເຄື່ອນ​ໄຫວ​​ແຂ່ງ​ຂັ້ນ​ຫຼາຍຢ່າງ​ໂດຍ​ກຳມມະ​ບານ​​ປຸກລະດົມ ​ແລະ ຈັດ​ຕັ້ງ​ປະຕິບັດ​​ໄດ້ນຳ​ມາ​ເຊິ່ງຜົນ​ປະ​​ໂຫຍ​ດຢ່າງ​ແທດຈິງ, ປະ​ກອບ​ສ່ວນ​ສຳຄັນ​ເຂົ້າ​ໃນ​ການເຕີບ​ໂຕ​ດ້ານ​ເສດຖະກິດ, ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ​ແລະ ສັງຄົມ. ກຳມະບານ​ໄດ້​ເຂົ້າ​ຮ່ວມການ​​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ​ເບິ່ງ​ແຍງ​ດູ​ແລປົກ​ປ້ອງສິດ​ ​ແລະ ຜົນ​ປະ​ໂຫຍ​ດອັນ​ສອບ​ທຳ​ຂອງ​ຄົນ​ງານ. ພິ​ເສດ, ​ໃນ​ໄລຍະ​ທີ່​ຜ່ານ​ມາ,  ສະຫະພັນ​​ໃຫຍ່ແຮງ​ງານ ຫວຽ​ດ ນາມ ​ໄດ້​ຊີ້​ນຳ​ການ​ສ້າງ​ທົດ​ລອງຄະນະ​ອາຊີບ​ຫາ​ປາ​ເພື່ອ​ແນ​ໃສ່​ໂຄສະ​ນາ​ແນວທາງ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ເຖິງ​ຊາວ​ປະມົງຫຼາຍຄົນ​ສຳ​ເລັດຜົນ. ພ້ອມ​ກັນ​ນັ້ນກໍ່​ໄກ້​ໄຂ​ບັນດາ​ການຂັດ​ແຍ່ງກັນ​ໃນ​ເວລາ​ຫາ​ປາ, ຊ່ວຍ​ເຫຼືອ​​ຊາວ​ປະມົງ​ທີ່​ປະສົບເຄາະຮ້າຍ, ຄວາມ​ສຽງບົນ​ທະ​ເລ​​ຢ່າງ​ທັນ​ການ ​ແລະ ປະກອບສ່ວນ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ​ເກາະ​ຂອງ​ປະ​ເທດ​ຊາດ .
ຂ່າວ/ບົດ​ອື່ນ