ໄຂກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 30

ໄຂກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 30 - ảnh 1
(ພາບປະກອບ)

(vovworld) –  ຕອນ​ເຊົ້າ​ວັນ​ທີ 11/08, ຢູ່​ຮ່າ​ໂນ້ຍ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 30 ຂຶ້ນດ້ວຍ​ເນື້ອ​ໃນ​ຈຸດ​ສຸມ​ແມ່ນ​ວຽກ​ງານ​ສ້າງ​ກົດໝາຍ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ສຸມ​ໃສ່​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ບາງ​ບັນຫາ​ໃຫຍ່​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງບັນດາ​ຮ່າງ​ກົດໝາຍຄື: ຮ່າງກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ (ສະບັບ​ປັບປຸງ) ຮ່າງກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ (ສະບັບ​ປັບປຸງ), ຮ່າງກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​​ເຕີ່​ມ​ບາງມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ນາຍ​ທະຫານ​ກອງ​ທັບ​ປະຊາຊົນ​ຫວຽດນາມ ​ແລະ ກົດໝາຍ​ວ່າ​ດ້ວຍ​ຕຳຫຼວດ​ປະຊາຊົນ (ສະບັບ​ປັບປຸງ); ກົດໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່ (ສະບັບ​ປັບປຸງ); ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​​ເຕີ່ມ​ບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍການ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​ສຳລັບ​ຄະດີ​ແພ່ງ​, ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ (ສະບັບ​ປັບປຸງ)… ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ກໍ່​ໃຫ້​ຄຳ​ເຫັນ​ໃສ່​ມະຕິ​ກ່ຽວ​ກັບ​ເລື່ອງຫວຽດນາມ ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ໂລກ ​ແລະ ປຶກສາ​ຫາລື​ບາງ​ເນື້ອ​ໃນ​ສຳຄັນ​ອື່ນໆ.

       ໃນ​ຕອນ​ເຊົ້າ​ວັນ​ທີ 11/08, ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍວ່າ​ດ້ວຍ​ການ​ລົງທຶນ (ສະບັບ​ປັບປຸງ), ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສ່ວນຫຼາຍ​ ​ໄດ້​ເຫັນ​ດີ​ກັບ​ຫຼາຍເນື້ອ​ໃນ​ທີ່​ໄດ້​ຮັບ​ການ​ຮັບຮອງ, ປັບປຸງ. ​ແຕ່​ວ່າ, ຜ່ານ​ການ​ປຶກສາ​ຫາລື, ມີ​ຫຼາຍ​ຄຳ​ເຫັນ​ຍັງ​ເປັນ​ຫວ່ງ​ກັງ​ວົນ​ຕໍ່​ຂໍ້​ກຳນົດຂົງ​ເຂດ​ຫ້າມ​ລົງທຶນ ​ແລະ ຂົງ​ເຂດທີ່​ລົງທຶນ​ມີ​ເງື່ອນ​ໄຂ. ທ່ານ ຫງວຽນ​ດຶກ​ຮ່ຽນ, ຫົວໜ້າ​ຄະນະ​ແກ້​ໄຂ​ຄຳ​ຮ້ອງ​ປະຊາຊົນຂອງ​ສະພາ​​ແຫ່ງ​ຊາດ ຖື​ວ່າ.

        “ຂ້າພະ​ເຈົ້າ​ເຫັນ​ວ່າ ຕ້ອງ​ກຳນົດຢ່າງ​ຈະ​ແຈ້ງ​ບັນດາ​ຂະ​ແໜງ​ອາຊີບ​ໃດ​ແມ່ນ​ມີ​ເງື່ອນ​ໄຂ. ທີ 2 ​ແມ່ນ​ບັນດາ​ເງື່ອນ​ໄຂ​ເພື່ອ​ປະຕິບັດ​ຂະ​ແໜງ​ອາຊີບ​ນັ້ນ​ແມ່ນ​ຫຍັງ. ສະ​ເໜີ​ໃຫ້​ລັດຖະບານ ກຳນົດ​ບັນດາ​ຂະ​ແໜງອາຊີບ​ດັ່ງກ່າວ​ບົນ​ພື້ນຖານ​ຂໍ້ກຳນົດ​ກ່ຽວ​ກັບ​ດ້ານ​ຫຼັກການ​ຂອງ​ກົດໝາຍດັ່ງກ່າວຫຼື ກວດກາ​ຄືນ​ເພື່ອ​ນຳ​ເຂົ້າ​ກົດໝາຍ​”.

        ທ່ານ​ນາງຮອງ​ປະ​ທານສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ສະ​ເໜີ​ໃຫ້​ອົງການ​ຮຽບຮຽງ​ກົດໝາຍ ​ແລະ ອົງການ​ທີ່​ມີໜ້າ​ທີ່​ຕ້ອງ​ຄົ້ນຄວ້າຢ່າ​ງຕັ້ງໜ້າ, ຮີບ​ດ່ວນຮັບ​ເອົາ​ຄຳ​ເຫັນ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ​ເພີ່ມ​ເຕີມ​ບັນຊີລາຍ​ຊື່​ຂົງ​ເຂດ​ຫ້າມ​ລົງທຶນ ​ແລະ ຂົງ​ເຂດ​ລົງທຶນທີ່​ມີ​ເງື່ອນ​ໄຂ, ຮັບປະກັນ​ຍື່ນສະ​ເໜີ​ກົດໝາຍ​ທີ່​ກອງ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ