ໄຂກອງປະຊຸມລັດຖະບານປະຈຳເດືອນ 11

(VOVWORLD) - ທ່ານນາຍົກລັດຖະມົນຕີຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ປະຕິບັດບັນດາໜ້າທີ່ເສດຖະກິດສັງຄົມໃນປີນີ້
ໄຂກອງປະຊຸມລັດຖະບານປະຈຳເດືອນ 11 - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກກ່າວຄຳເຫັນທີ່ກອງປະຊຸມລັດຖະບານປະຈຳເດືອນ 11

ຕອນເຊົ້າວັນທີ 01 ທັນວາ, ກ່າວຄຳເຫັນທີ່ກອງປະຊຸມລັດຖະບານປະຈຳເດືອນ 11, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຕີລາຄາສູງ ລັດຖະບານໄດ້ເປັນເຈົ້າການສະເໜີຫລາຍບັນຫາກ່ຽວກັບດ້ານກົດໝາຍ ແລະ ການບໍລິຫານເສດຖະກິດສັງຄົມປີ 2018 ທີ່ກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14 ຫວ່າງແລ້ວນີ້. ທ່ານນາຍົກລັດຖະມົນຕີຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ປະຕິບັດບັນດາໜ້າທີ່ເສດຖະກິດສັງຄົມໃນປີນີ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        “ພວກເຮົາມີເວລາພຽງ 1 ເດືອນເທົ່ານັ້ນ ແມ່ນຈະກ້າວເຂົ້າປີ 2018, ໜ້າວຽກງານຍັງຫລາຍຢູ່, ຍັງມີຫລາຍວຽກງານພວກເຮົາປະຕິບັດບໍ່ທັນໄດ້ດີ. ເພາະສະນັ້ນ ຂ້າພະເຈົ້າສະເໜີໃຫ້ບັນດາສະຫາຍສືບຕໍ່ສຸມໃສ່ຕາມຂະແໜງການ, ຂົງເຂດຂອງຕົນ, ຊີ້ນຳເພື່ອໃຫ້ສຳເລັດທຸກເປົ້າໝາຍທີ່ໄດ້ວາງອອກ. ໃນນັ້ນ ມີການສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ສິ່ງຕິດຂັດ, ຊຸກຍູ້ການຜະລິດດຳເນີນທຸລະກິດ, ກຳແໜ້ນໂອກາດຈຳໜ່າຍສິນຄ້າ, ການບໍລິການໃນໄລຍະທ້າຍປີເປັນຢ່າງດີ. ປີນີ້ ພວກເຮົາໄດ້ເວົ້າເຖິງການເລີ່ມທຸລະກິດວິສາຫະກິດ, ເລີ່ມທຸລະກິດແຫ່ງຊາດ, ສົ່ງເສີມການລົງທຶນ, ຮຽກຮ້ອງການພັດທະນາ, ປະຕິຮູບລະບຽບການບໍລິຫານ, ພວກເຮົາໄດ້ປະຕິບັດຫລາຍວຽກງານ, ແຕ່ຍັງມີຫລາຍວຽກງານບໍ່ທັນໄດ້ດີ ຄວນສືບຕໍ່ຊຸກຍູ້.”

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຮຽກຮ້ອງບັນດາກະຊວງ, ຂະແໜງການປຶກສາຫາລືກ່ຽວກັບບັນດາໜ້າທີ່ຈຸດສຸມໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ເພື່ອຜັນຂະຫຍາຍວຽກງານນີ້ໃຫ້ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ