ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 45

ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 45 - ảnh 1
ທ່ານ Pham Binh Minh ລັດຖະມົນຕີການຕ່າງປະເທດ ຫວຽດນາມ
ທີ່ກອງປະຊຸມ
ພາບ:TTXVN


(vovword) - ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນຄັ້ງ​ທີ 45 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 9/7 ຢູ່ ນະຄອນຫລວງ ພະນົ​ມ​ເປັນ​ປະ​ເທດ ກຳ​ປູ​ເຈຍ ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ປະ​ເທດ​ເຈົ້າພາບ ກຳປູ​ເຈຍ. ອ່ານ​ສູນ​ທອນ​ພົດ​ໄຂ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ ສົມເດັດ ຮຸ​ນ​ແຊນ ​ໄດ້​ຢືນຢັນ​ວ່າ: ຜ່ານ 45 ປີ​ແຫ່ງ​ການ​ສ້າງ​ຕັ້ງ, ປະຈຸ​ບັນ ອາ​ຊຽນ ​ໄດ້​ກາຍ​ເປັນ​ພາກສ່ວນການ​ເມືອງສຳຄັນ ​ແລະ ​ເສດຖະກິດ​ເຊື່ອມ​ໂຍງ​ຢ່າງ​ແຫນ້ນ​ແຟ້ນ, ​ເປັນ​ສະມາຊິກ​ມີ​ຜົນ​ສະທ້ອນຢູ່ ອາຊີ ​ແລະ ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ບໍ່​ອາດ​ປ່ຽນ​ແທນ​ຂອງ​ບັນດາ​ປະ​ເທດ​ໃຫຍ່ ​ແລະ ອົງການ​ຈັດ​ຕັ້ງ​ໃນ​ໂລກ. ບັນດາ​ຜົນງານ​ໃຫຍ່​ຫລວງ​ຂອງ ອາ​ຊຽນ ​ແມ່ນ​ໝາກຜົນ​ຂອງ​ຄຳ​ໝັ້ນ​ສັນຍາ ​ແລະ ​​ເຈດ​ຈຳນົງ​ດ້ານ​ການ​ເມືອງ​ຢ່າງ​ແຂງ​ແຮງ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ໃນ​ການ​ຮ່ວມ​ມື​ນຳ​ກັນຢ່າງ​ແຫນ້ນ​ແຟ້ນ ຕາມ​ເນື້ອ​ໃນ​ຈິດ​ໃຈ​ເປັນ​ເອກະ​ພາບ ​ແລະ ສາມັກຄີ, ມິດຕະພາບ ​ແລະ ການ​ຮ່ວມ​ມື. ພາຍຫລັງ​ພິທີ​ໄຂ, ບັນດາ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ຈັດວາລະການ​ປະຊຸມ​ ​ຄົບ​ຄະນະ, ກ່ອນ​ຈັດການ​ປະຊຸມ​ວົງ​ແຄບ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ. ບັນດາ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ​ໄດ້​ປຶກສາ​ຫາລື​ບາງ​ບັນຫາ​ຄື: ຊຸກຍູ້​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015, ​ໂອ້​ລົມ​ສົນທະນາ​ລະຫວ່າງ ອາ​ຊຽນ ​ແລະ ຈີນ ກ່ຽວ​ກັບ​ການ​ສ້າງ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ COC, ການ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ໃນ​ຂອ​ບ​ເຂດ​ສົນ​ທິສັນຍາ​ພາກ​ພື້ນ​ອາ​ຊີ​ຕາ​ເວັນອອກສຽງ​ໃຕ້​ປອດ​ອາວຸດ​ນິວ​ເຄຼຍ, ທິດ​ທາງ​ການ​ຮ່ວມ​ມື​ພັດທະນາ​ອາ​ຊຽນ ຮອດ​ປີ 2015 - ອາ​ຊຽນປອດ​ຢາ​ເສບ​ຕິດ.

Manh Hiep ນັກ​ຂ່າວ VOV ປະຈຳ ກຳ​ປຸູ​ເຈຍ

 

ຂ່າວ/ບົດ​ອື່ນ