ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດG-7ຢູ່ຍີ່ປຸ່ນ

ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດG-7ຢູ່ຍີ່ປຸ່ນ - ảnh 1
ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ການຕ່າງປະ​ເທ​ດກຸ່ມ
​ບັນດາ​ປະ​ເທດ​ ອຸດສາຫະກຳ​ພັດທະນາ​ແຖວ​ໜ້າ G7
(ພາບ: RTV)

(vovworld) - ວັນ​ທີ 10/04, ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ການຕ່າງປະ​ເທ​ດກຸ່ມ​ບັນດາ​ປະ​ເທດ​ອຸດສາຫະກຳ​ພັດທະນາ​ແຖວ​ໜ້າ (G7) ຖືກ​ໄຂ​ຂຶ້ນ​ຢູ່​ນະຄ​ອນ Hiroshima ຂອງ ຍີ່ປຸ່ນ. ກອງ​ປະຊຸມ​ດຳ​ເນີນ​ເປັນ​ເວລາ 2 ວັນ. ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນ​ຫາ​ຮີບ​ດ່ວນ​ໃນ​ທົ​່ວ​ໂລກ, ຄື​ສະພາບ​ການຢູ່​ຕາ​ເວັນ​ອອກ​ກາງ, ວິ​ວິດ​ການ​ຊາວ​ອົບ​ພະຍົບຢູ່ ​ເອີ​ລົບ, ການ​ປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແຫຼ​ນ ​ແລະ ການ​ສູ້​ຮົບ​ຕ້ານ​ກໍ່​ການ​ຮ້າຍ. ນອກຈາກ​ນັ້ນ, ປະ​ເທດ​ເຈົ້າພາບ ຍີ່ປຸ່ນ​ ກໍ່​ຢາກຍົກ​ອອກ​ບັນດາຄວາມ​ວິຕົກ​ກັງວົນ​ອື່ນໆ​ຄື ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ຍ້ອນ​ການຂັດ​ແຍ້​ງຜືນ​ແຜ່ນດິນ​ຢູ່​ທະ​ເລ​ຕາ​ເວັນ​ອອ​ກ ​ແລະ ​ໄພ​ນາບ​ຂູ່​ນິວ​ເຄຼຍຂອງ​ ສປປ.​ເກົາຫຼີ. ທ່ານ Fumio Kishida ລັດຖະມົນຕີ​ວ່າການກະຊວງ​ການ​ຕ່າງປະ​ເທດ ຍີ່ປຸ່ນ ຫວັງ​ວ່າ ກອງ​ປະຊຸມ​ຈະ​ອອກ “ຖະ​ແຫຼ​ງການ Hiroshima ” ​ເພື່ອ​ຊຸກຍູ້​ວິວັດ​ການລົບ​ລ້າງ​ນິວ​ເຄຼຍ. ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ນີ້ ກໍ່​​ແນ​ໃສ່ກະກຽ​ມ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ G-7 ​ປະຈຳ​ປີ ​ເຊ​ິ່ງຄາດ​ວ່າ ຈະ​ດຳ​ເນີນ​ໃນ​ລະຫວ່າງວັນ​ທີ 26 – 27/05 ຢູ່ Ise – Shima ຍີ່ປຸ່ນ. ກຸ່ມ G-7 ລວມມີ: ອັງກິດ, ຝະລັ່ງ, ອາ​ເມ​ລິ​ກາ, ກາ​ນາ​ດາ, ​ເຢຍລະ​ມັນ, ອີ​ຕາ​ລີ ​ແລະ ຍີ່ປຸ່ນ.

 


ຂ່າວ/ບົດ​ອື່ນ