ໄຂກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ

(VOVWORLD) -ກອງປະຊຸມ ຈະປະຕິບັດການແລກປ່ຽນທັດສະນະກ່ຽວກັບວິທີການເພີ່ມທະວີການພົວພັນການຕ່າງປະເທດກັບບັນດາຄູ່ຮ່ວມມືຄູ່ເຈລະຈາກວ່າອີກ ພ້ອມທັງ ຮັກສາ ແລະ ຊຸກຍູ້ບົດບາດໃຈກາງ, ສາມັກຄີ ແລະ ເປັນເອກະພາບຂອງ ອາຊຽນ.
ໄຂກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ - ảnh 1ບັນດາທ່ານລັດຖະມົນຕີການຕ່າງປະເທດ ອາຊຽນ, ການນຳຄະນະເລຂາອາຊຽນ ພ້ອມກັບທ່ານ Prak Sokhon ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ອາຊຽນ. (ພາບ:ສຳນັກຂ່າວສານຫວຽດນາມ)

ວັນທີ 17 ກຸມພາ, ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ (AMMR) ໄດ້ດຳເນີນຕາມຮູບການໂດຍກົງ ແລະ   ທາງໄກ ຢູ່ ນະຄອນຫລວງ ພະນົມເປັນ ປະເທດ ກຳປູເຈຍ ເພື່ອແນໃສ່ປຶກສາຫາລືບັນດາບັນຫາຄື: ໂລກລະບາດໂຄວິດ 19, ການຟື້ນຟູເສດຖະກິດຮອບດ້ານ ແລະການພົວພັນກັບບັນດາຄູ່ຮ່ວມມືຄູ່ເຈລະຈາ.

ກອງປະຊຸມໂດຍທ່ານ ລັດຖະມົນຕີການຕ່າງປະເທດ ກຳປູເຈຍ ເປັນປະທານ ແລະ ມີການເຂົ້າຮ່ວມໂດຍກົງຂອງລັດຖະມົນຕີການຕ່າງປະເທດ  ອິນໂດເນເຊຍ, ມາເລເຊຍ, ຟີລີບປິນ, ສິງກະໂປ ແລະ ລາວ. ບັນດາທ່ານລັດຖະມົນຕີການຕ່າງປະເທດ ບຣູໄນ, ໄທ ແລະ ຫວຽດນາມເຂົ້າຮ່ວມທາງໄກ ໃນຂະນະນັ້ນ ມຽນມາ ບໍ່ບົ່ງຕົວຜູ້ຕາງຫນ້າເຂົ້າຮ່ວມ.

ກອງປະຊຸມ ຈະປະຕິບັດການແລກປ່ຽນທັດສະນະກ່ຽວກັບວິທີການເພີ່ມທະວີການພົວພັນການຕ່າງປະເທດກັບບັນດາຄູ່ຮ່ວມມືຄູ່ເຈລະຈາກວ່າອີກ ພ້ອມທັງ ຮັກສາ ແລະ ຊຸກຍູ້ບົດບາດໃຈກາງ, ສາມັກຄີ ແລະ ເປັນເອກະພາບຂອງ ອາຊຽນ. ບັນດາທ່ານລັດຖະມົນຕີ ກໍ່ຈະປຶກສາຫາລືກ່ຽວກັບສິ່ງທ້າທາຍ ແລະ ມາດຕະການເພື່ອພ້ອມກັນຫນູນຊ່ວຍສ້າງປະຊາຄົມ ອາຊຽນ ແບບຍືນຍົງ, ຂະຫຍັນຂັນເຄື່ອນ, ສັນຕິພາບ ແລະ ວັດທະນາຖາວອນກວ່າ. ຄຽງຂ້າງນັ້ນ ບັນດາບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ກໍ່ຈະໄດ້ຍົກອອກມາປຶກສາຫາລື.

ຕອບກັບ

ຂ່າວ/ບົດ​ອື່ນ