ໄຂກອງປະຊຸມສຸດຍອດ G20

(VOVWORLD) -ວັນທີ 21 ພະຈິກ, ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນ (G20) ຖືກໄຂຂຶ້ນຕາມຮູບການທາງອອນລາຍ ພາຍໃຕ້ການເປັນປະທານຂອງການນຳ ຊະອຸດີ ອາຣາເບຍ.

ທີ່ກອງປະຊຸມເຊິ່ງດຳເນີນເປັນເວລາ 2 ວັນ, ບັນດາການນຳ G20 ພວມຕັດສິນໃຈນຳໃຊ້ທຸກແຫຼ່ງກຳລັງ, ການຮ່ວມມືເພື່ອສາມາດສະກັດກັ້ນໂລກລະບາດໂຄວິດ-19. ນອກນັ້ນ, ການນຳບັນດາປະເທດກໍ່ຈະປຶກສາຫາລືກ່ຽວກັບການຮ່ວມມືດ້ານການຄ້າ, ການລົງທຶນ, ເສດຖະກິດດີຈີຕອນ ແລະ ການພັດທະນາແບບຍືນຍົງ. ໃນຮ່າງແຈ້ງການຮ່ວມ, ການນຳບັນດາປະເທດ G20 ກໍ່ກ່າວເຕືອນວ່າ, ປະຈຸບັນການຟື້ນຟູເສດຖະກິດໃນທົ່ວໂລກຍັງ “ບໍ່ສະເໝີກັນ, ບໍ່ແນ່ນອນ ແລະ ມີຄວາມສ່ຽງຫຼາຍຢ່າງ”. ກ່ອນທີ່ຈັດກອງປະຊຸມ G20, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ກໍ່ໄດ້ກ່າວເຕືອນຄ້າຍຄືກັນກ່ຽວກັບການທຳລາຍຂອງໂລກລະບາດທີ່ມີຕໍ່ສະພາບທາງດ້ານການເງິນຂອງບັນດາປະເທດພວມພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ