ໄຂກອງປະຊຸມສຸດຍອດ G8

ໄຂກອງປະຊຸມສຸດຍອດ G8 - ảnh 1
(ພາບປະກອບ)

(vovworld) - ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ປະ​ເທດ​ອຸດສາຫະກຳ​ອັນ​ດັບ​ໜຶ່ງ​ຂອງ​ໂລກ (G8) ຖືກ​ໄຂ​ຂຶ້ນ​ເມື່ອ​ວັນ​ທີ 17/06, ຢູ່​​ ໄອ​ແລນ​ເໜືອ (ລາ​ຊະ​ອານາຈັກ​ອັງກິດ) ດ້ວຍ​ໂຄງການ​ດຳ​ເນີນ​ງານ​ທີ​ມີ​ຄວາມ​ມັກ​ໃຫຍ່​ໄຟ​ສູງ​ຫຼາຍ​ຢ່າງ ສຸມ​ໃສ່​ເຂົ້າ​ໃນ​ຄວາມ​ມານະ​ພະຍາຍາມ​ຟື້ນ​ຟູ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ​ທີ່​ພວມ​ຊຸດ​​ໂຊມ. ວາລະ​ປຶກສາ​ຫາລື​ຢ່າງ​ເປັນ​ທາງ​ການພ້ອມ​ກັບ​ບັນດາ​ການ​ພົບ​ປະ 2 ຝ່າຍ​ຢູ່ນອກ​ກອງ​ປະຊຸມ ກ່ຽວ​ກັບ​ບັນດາ​ບັນຫາ​ເຄັ່ງ​ຮ້ອນຂອງ​ທົ່ວ​ໂລກສ່ວນ​ໃດ​ສ່ວນ​ໜຶ່ງ ​ໄດ້​ສ່ອງ​​ແສງ​ຄວາມ​ບໍ​່ລົງ​ລອຍ​ກັນ​ທີ່​ພວມ​ຄົງ​ຄ້າງ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່​ ​. ຄວາມບໍ​່ລົງ​ລອຍ​ກັນກ່ຽວ​ກັບ​ນະ​ໂຍບາຍ​ສຳລັບ​ຊີຣີ ​ເຊິ່ງຄຳ​ຖາມ​ໃຫຍ່​ກວ່າ​ໝູ່​ແມ່ນ ຄວນ​ປະກອບ​ອາ​ວຸດ​ໃຫ້​ທະຫານ​ກະບົດ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້ ຫຼື ບໍ່ ​​ໄດ້​ປົກ​ຄຸງ​ດ້ວຍ​ເງົາ​ມືດ​ໄປ​ທົ່ວກອງ​ປະສຸ​ມສຸດ​ຍອດ​ຄັ້ງ​ນີ້. ວິ​ກິດ​ການ​ໜີ້​ສາ​ທະ​ລະນະ​ຢູ່​ເຂດ​ໃຊ້​ສະກຸນ​ເງິນ​​​ເອີ​ໂລ​ລວມ (Eurozone) ​ແລະ ບົດບາດ​ຂອງ​ບັນດາ​ທະນາຄານ​ສູນ​ກາງ​ໃນ​ຄວາມ​ມານະ​ພະຍາຍາມ​ຮັກສາສະຖຽນ​ລະ​ພາບ​ຂອງ​ຕະຫຼາດການ​ເງິນ​ເງິນຕາ ກໍ​ຖືກເຕື້ອງ​ເຖິງຢູ່​ກອງ​ປະຊຸມ​ຄັ້ງ​ນີ້.

ຂ່າວ/ບົດ​ອື່ນ