ໄຂກອງປະຊຸມສຸດຍອດ NATO

ໄຂກອງປະຊຸມສຸດຍອດ NATO - ảnh 1
ບັນດາການນຳເຂົ້າຮ່ວມກອງປະຊຸມສຸດຍອດ NATO
( ພາບ: dantri.com.vn )


( vovworld ) -   ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 25 ຂອງກຸ່ມ NATO ຖືກ​​ໄຂ​ຂຶ້ນ​ໃນ​ວັນ​ທີ 20/5 ຢ່າງ​ເປັນ​ທາງ​ການ​ຢູ່​ລັດ Chicago, ປະ​ເທດ​ອາ​ເມ​ລິ​ກາ. ທ່ານ​ເລຂາທິການ​ໃຫຍ່ NATO Anders Fogh Rasmussen ​ແລະ ທ່ານ​ປະທານາທິບໍດີ​ປະ​ເທດ​ເຈົ້າພາບ Barack Obama ​ໄດ້​ເປ​ັນປະທານ​ກອງ​ປະຊຸມ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 50 ປະ​ເທດ​ໃນ​ໂລກ. ກ່າວ​ຄຳ​ເຫັນ​​ໄຂ​ກອງ​ປະຊຸມ,  ທ່ານ​ເລຂາທິການ​ໃຫຍ່ Anders Fogh Rasmussen ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ NATO ຈະ​ມອບ​​ໂອນໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ອາບ​ກາ​ນິດ​ສະຖານ ກ່ອນ​ປີ 2014 ​ໃຫ້​ສຳ​ເລັດ, ກໍ​ຄື​ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກວ້າງ​ແຂວງ ​ແລະ ​ແຂງ​ແຮງ​ກວ່າ​ພາຍ​ໃນ​ກຸ່ມ. ​ໃນ​ຂະນະ​ນັ້ນ, ​ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ການ Barack Obama ​ໄດ້​ເນັ້ນ​ໜັກ​ວ່າ.

        “ ພວກ​ຂ້າພະ​ເຈົ້າ​ກໍ​ທຳນາຍ​ອະນາຄົດຢູ່​ອາບ​ກາ​ນິດ​ສະຖານ​ພາຍຫຼັງ​ປີ 2014, ​ໃນຈຸດ​ເວລາ​ນັ້ນ ພວກ​ຂ້າພະ​ເຈົ້າ​ຈະ​ສິ້ນສຸດໜ້າ​ທີ່​ສູ້ຮົບ​ຂອງ​ຕົນ. ພວກ​ຂ້າພະ​ເຈົ້າ​ເຂົ້າ​ໃຈ​ວ່າ ການ​ສູ້​ຮົບ​ຢູ່​ອາບ​ກາ​ນິດ​ສະຖານ ​ໄດ້​ສິ້ນ​ສຸດ​ລົງແລ້ວ, ​ແຕ່​ວ່າ​ພວກ​ຂ້າພະ​ເຈົ້າ​ຍັງໃຫ້​ຄຳ​ໝັ້ນ​ສັນຍາ​ຈະສືບ​ຕໍ່​ການ​ພົວພັນ​ຄູ່​ຮ່ວມ​ມື ​ແລະ ມິດຕະພາບ​ກັບ​ອາບ​ກາ​ນິດ​ສະຖານ. ​ແນ່ນອນ​ວ່າ ຍັງ​ຈະມີ​ຫຼາຍ​ຄົນ​ເສຍ​ຊີວິ​ດ ​ແລະ ຊຸມ​ວັນ​ເດືອນທີ່​ຫຍຸ້ງຍາກ​ຢູ່​ອາບ​ກາ​ນິດ​ສະຖານ ຍັງ​ຢູ່​ທາງ​ໜ້າ, ​ແຕ່​ພວກ​ຂ້າພະ​ເຈົ້າ​ໄດ້​ເຊື້ອ​ໝັ້ນ​ວ່າ ພວກ​ຂ້າພະ​ເຈົ້າ​ພວມກ້າວເດີນ​ຢ່າງຖືກ​ທິດ ​ແລະ ຕາມ​ຈິດ​ໃຈ​ທີ່​ໄດ້​ສ່ອງ​ແສງຢູ່​ທີ​ກອງ​ປະ​ຊຸມ NATO ​ໃນມື​ນີ້ ນັ້ນ​ແມ່ນ​ໂລກ​ພວມ​ໜູນ​ຫຼັງ​ແຜນ​ການທີ່​ພວກ​ຂ້າພະ​ເຈົ້າໄດ້​ວາງ​ອອກ​ ”.

        ສ່ວນ​ທ່ານ​ປະທານາທິບໍດີ​ອາບ​ກາ​ນິດ​ສະຖານ Hamid Kazai ທີ່ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມວ່າ ທ່ານ​ພວມ​ລໍຖ້າ​ເລື່ອງ NATO ປະຕິບັດ​ການ​ຖອນ​ທະຫານ​ທັງ​ໝົດ​ໃນ​ປີ 2014 ​ແລະ ຢືນຢັນ​ວ່າ​ກຳລັງ​ທະຫານ​ຂອງ​ອາບ​ກາ​ນິດ​ສະຖານ ຈະ​ຮັບພາລະ​ບົດບາດ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ປະ​ເທດ​ນີ້​ໃນ​ປີ 2013.

ຂ່າວ/ບົດ​ອື່ນ