ໄຂ​ກອງ​ປະ​ຊຸມ​ສຸດຍອ​ດ SCO ຢູ່ ອິນ​ເດຍ: ລັດ​ເຊຍ ສະ​ໜັບ​ສະ​ໜູນ​ການ​ເປີດກວ້າງ SCO

(VOVWORLD) - ກອງປະຊຸມສຸດຍອດ ອົງການຮ່ວມມື ຊຽງໄຮ້ (SCO) ໄດ້ອອກຖະແຫຼງການຮ່ວມ ໂດຍຢັ້ງຢືນວ່າ ພ້ອມແລ້ວທີ່ຈະຮ່ວມມືກັບທຸກໆປະເທດຢ່າງເລິກເຊິ່ງ ແລະ ຄັດຄ້ານການແກ້ໄຂບັນດາບັນຫາສາກົນ ແລະ ພາກພື້ນ ໂດຍຜ່ານ “ຈິນຕະນາການສູ້ຢັນກັນ”.

   ວັນທີ 4 ກໍລະກົດ, ກອງປະຊຸມສຸດຍອດ ອົງການຮ່ວມມື ຊຽງໄຮ້ (SCO) ໄດ້ຖືກໄຂຂຶ້ນຢູ່ New Delhi (ປະເທດ ອິນເດຍ) ຕາມຮູບແບບທາງໄກ. ເຂົ້າຮ່ວມກອງປະຊຸມສຸດຍອດທີ່ດຳເນີນເປັນເວລາ 1 ວັນນັ້ນ ມີການນຳບັນດາປະເທດສະມາຊິກ SCO ຄື: ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ປະທານປະເທດ ຈີນ ສີຈີ້ນຜິງ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin… ຫົວຂໍ້ຂອງກອງປະຊຸມ SCO ໃນປີ 2023, ຊຶ່ງແມ່ນປີທີ່ ອິນເດຍ ຮັກສາບົດບາດເປັນປະທານ ແມ່ນ “SCO – ຄວາມໝັ້ນຄົງ, ໝັ້ນແກ່ນ”.

        ກ່າວຄຳເຫັນໄຂກອງປະຊຸມສຸດຍອດ SCO, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ເນັ້ນໜັ້ກວ່າ ບັນດາປະເທດຄວນເຄົາລົບຜືນແຜ່ນດິນອັນຄົບຖ້ວນ, ເພີ່ມທະວີການເຊື່ອມຕໍ່ ແລະ ຮ່ວມແຮງຮ່ວມໃຈໃນບັ້ນຕໍ່ຕ້ານການກໍ່ການຮ້າຍ ເພື່ອແນໃສ່ນຳການຮ່ວມມືຂຶ້ນສູ່ລະດັບສູງໃໝ່.

ໄຂ​ກອງ​ປະ​ຊຸມ​ສຸດຍອ​ດ SCO ຢູ່ ອິນ​ເດຍ: ລັດ​ເຊຍ ສະ​ໜັບ​ສະ​ໜູນ​ການ​ເປີດກວ້າງ SCO - ảnh 1 ທ່ານປະທານາທິບໍດີ ລັດເຊຍ Vladimir Putin ເຂົ້າຮ່ວມກອງປະຊຸມ (ພາບ: kremlin.ru)
 ທີ່ກອງປະຊຸມ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖະແຫຼງວ່າ ລັດເຊຍ ໝັ້ນໃຈຕ້ານຄືນ ແລະ ຈະສືບຕໍ່ຕ້ານຄວາມກົດດັນ, ບັນດາມາດຕະການລົງໂທດ ແລະ ເກາະຜິດຈາກພາຍນອກ. ທ່ານປະທານາທິບໍດີ Vladimir Putin ຢ້ຳຄືນຂໍ້ສະເໜີແນະຂອງ ລັດເຊຍ ກ່ຽວກັບການຫັນປ່ຽນໂຄງສ້າງຕ້ານການກໍ່ການຮ້າຍໃນພາກພື້ນຂອງ SCO ໃຫ້ກາຍເປັນສູນກາງທົ່ວໂລກ ຮັບຜິດຊອບຮັບມືກັບທຸກໄພນາບຂູ່ດ້ານຄວາມໝັ້ນຄົງ. ທ່ານກໍສະໜັບສະໜູນເລື່ອງເປີດກວ້າງ SCO ແລະ ປະຕິບັດສຳເລັດລະບຽບການຮັບຮອງ Belarus ເປັນສະມາຊິກຂອງ SCO ໂດຍໄວ.

        ກໍໃນວັນດຽວກັນ, ກອງປະຊຸມສຸດຍອດ ອົງການຮ່ວມມື ຊຽງໄຮ້ (SCO) ໄດ້ອອກຖະແຫຼງການຮ່ວມ ໂດຍຢັ້ງຢືນວ່າ ພ້ອມແລ້ວທີ່ຈະຮ່ວມມືກັບທຸກໆປະເທດຢ່າງເລິກເຊິ່ງ ແລະ ຄັດຄ້ານການແກ້ໄຂບັນດາບັນຫາສາກົນ ແລະ ພາກພື້ນ ໂດຍຜ່ານ “ຈິນຕະນາການສູ້ຢັນກັນ”.

ຕອບກັບ

ຂ່າວ/ບົດ​ອື່ນ