ໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37: ຮັກສາພາກພື້ນ ອາຊຽນ ທີ່ສັນຕິພາບ, ມິດຕະພາບ, ຮ່ວມມື, ເປັນກາງ ແລະ ສະຖຽນລະພາບ

(VOVWORLD) - ຕອນເຊົ້າວັນທີ 12 ພະຈິກ, ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແມ່ນກອງປະຊຸມສຸດທ້າຍຂອງປີ ອາຊຽນ 2020 ໄດ້ໄຂຂຶ້ນຢູ່ຮ່າໂນ້ຍ ຢ່າງເປັນທາງການຕາມຮູບການທາງອອນລາຍ. 

ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຝ່າຍ ຫວຽດນາມ ມີທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີ່ງມີງ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໊ອງ ພ້ອມດ້ວຍຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການຂອງ ຫວຽດນາມ. ກ່ຽວກັບຝ່າຍສາກົນ ມີການເຂົ້າຮ່ວມຂອງຜູ້ຕາງໜ້າຄະນະທຸຕານຸທູດບັນດາປະເທດ, ບັນດາອົງການຈັດຕັ້ງສາກົນປະຈຳ ຮ່າໂນ້ຍ. ການນຳຂັ້ນສູງ 10 ປະເທດສະມາຊິກ ອາຊຽນ, ເລຂາທິການໃຫຍ່ ອາຊຽນ ເຂົ້າຮ່ວມຜ່ານທາງອອນລາຍ.

ໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37: ຮັກສາພາກພື້ນ ອາຊຽນ ທີ່ສັນຕິພາບ, ມິດຕະພາບ, ຮ່ວມມື, ເປັນກາງ ແລະ ສະຖຽນລະພາບ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມກອງປະຊຸມ. - ພາບ: VGP 

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຕີລາຄາສູງບົດບາດນຳໜ້າ, ແກ່ນສານຂອງ ອາຊຽນ ໃນໄລຍະເກີດໂລກລະບາດໂຄວິດ-19, ທ່ານ ຫງວຽນຝູຈ້ອງ ຢືນຢັນວ່າ ອາຊຽນ ໄດ້ປະສົບຜົນສຳເລັດໃນວຽກງານຮັກສາບັນດາການເຄື່ອນໄຫວ, ຮັກສາບົດບາດ, ທີ່ຕັ້ງຂອງຕົນເປັນປົກກະຕິ. ບັນດາຄູ່ຮ່ວມມືສືບຕໍ່ຖືເປັນສຳຄັນ ແລະ ສະໜັບສະໜູນບົດບາດເປັນໃຈກາງຂອງ ອາຊຽນ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ:

        “ກຳນົດທີ່ຕັ້ງເໝາະສົມໃຫ້ ອາຊຽນ ຢູ່ໃນໂລກພາຍຫລັງະຍາດໂຄວິດ-19 ແມ່ນບັນຫາໃຫຍ່. ຄວາມປາດຖະໜາ ແລະ ເຈດຈຳນົງຢ່າງແຮງ ໃນການຮັກສາພາກພື້ນສັນຕິພາບ, ສະຖຽນລະພາບ, ສາມັກຄີ ແລະ ເປັນເອກະພາບ ບົນພື້ນຖານກົດໝາຍສາກົນ, ໄດ້ ແລະ ຄວນສືບຕໍ່ກາຍເປັນຄຸນຄ່າຫຼັກແຫຼ່ງຂອງ ອາຊຽນ ແລະ ປະຊາຄົມ ອາຊຽນ. ໃນສະພາບການໃໝ່, ບັນດາປະເທດ ອາຊຽນ ຄວນສະແດງໃຫ້ເຫັນຄຸນນະທາດ, ຕັ້ງໜ້າສົມທົບກັນ ເພື່ອຫັນບັນດາຂໍ້ລິເລີ່ມ ແລະ ແຜນການຟື້ນຟູໃຫ້ປະກົດຜົນເປັນຈິງ.

ໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37: ຮັກສາພາກພື້ນ ອາຊຽນ ທີ່ສັນຕິພາບ, ມິດຕະພາບ, ຮ່ວມມື, ເປັນກາງ ແລະ ສະຖຽນລະພາບ - ảnh 2ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ກ່າວຄຳເຫັນ. - ພາບ: baoquocte.vn

       ດ້ວຍບົດບາດເປັນປະທານ ອາຊຽນ ປີ 2020, ບົນເນື້ອໃນຈິດໃຈ “ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”, ຫວຽດນາມ ເຄົາລົບນັບຖືຄວາມສາມັກຄີ, ການສະໜັບສະໜູນ, ການໜູນຊ່ວຍອັນລ້ຳຄ່າຈາກບັນດາປະເທດສະມາຊິກ, ບັນດາຄູ່ຮ່ວມມື ແລະ ເພື່ອນມິດຂອງ ອາຊຽນ ເພື່ອໃຫ້ປະຊາຄົມ ອາຊຽນ ມີຄວາມໝັ້ນແກ່ນເພື່ອຜ່ານຜ່າບັນດາສິ່ງທ້າທາຍ, ຮັກສາທ່າຮ່ວມສຳພັນໄວ້ໃຫ້ໝັ້ນຄົງ.

        ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ປະທານ ອາຊຽນ 2020 ໄດ້ຢັ້ງຢືນວ່າ ຕໍ່ໜ້າຜົນກະທົບຂອງໂລກລະບາດໂຄວິດ-19, ລັດຖະບານບັນດາປະເທດ ອາຊຽນ ໄດ້ສາມັກຄີພ້ອມກັນມີການກະທຳແຕ່ຫົວທີ, ຜັນຂະຫຍາຍການກະທຳຢ່າງແຮງຢູ່ທັງລະດັບຊາດ ແລະ ພາກພື້ນ. ຍ້ອນເຫດນັ້ນ, ທ່ວງທ່າການຮ່ວມມືຂອງ ອາຊຽນ ຍັງໄດ້ຮັບການຮັກສາ ແລະ ມີຄວາມກ້າວໜ້າທີ່ດີ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

        “ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍບໍ່ທໍ້ຖອຍໃຈ, ໂລກລະບາດໂຄວິດ-19 ບໍ່ອາດກີດຂວາງວິວັດການສ້າງປະຊາຄົມ ອາຊຽນ.  3 ເສົາຄ້ຳການຮ່ວມມື ຍັງໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ບັນລຸຄວາມຄືບໜ້າ ຜ່ານໝາກຜົນແຫ່ງການຕີລາຄາກາງສະໄໝບັນດາແຜນການສັງລວມໃນການປະຕິບັດວິໄສທັດປະຊາຄົມອາຊຽນ 2025. ປະຕິບັດໜ້າທີ່ຄວບຄູ່ ທັງຕ້ານໂລກລະບາດ, ທັງຊຸກຍູ້ການຟື້ນຟູ, ໃນກອງປະຊຸມຄັ້ງນີ້ ພວກເຮົາຈະຮັບຮອງເອົາກອບຟື້ນຟູລວມຂອງ ອາຊຽນ ແລະ ແຜນການຜັນຂະຫຍາຍລະອຽດໃຫ້ທັງ 3 ເສົາຄ້ຳຢ່າງເປັນທາງການ.

ໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37: ຮັກສາພາກພື້ນ ອາຊຽນ ທີ່ສັນຕິພາບ, ມິດຕະພາບ, ຮ່ວມມື, ເປັນກາງ ແລະ ສະຖຽນລະພາບ - ảnh 3 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ປະທານ ອາຊຽນ 2020. ພາບ:baoquocte.vn

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຊົມເຊີຍ ອາຊຽນ ໄດ້ສະແດງໃຫ້ເຫັນຫຼັກໝັ້ນ, ຫຼັກການສະເໝີຕົ້ນສະເໝີປາຍ ແລະ ໃຫ້ຄຳໝັ້ນສັນຍາຢ່າງແຮງກໍ່ການສ້າງທະເລຕາເວັນອອກ, ເຊີດຊູຄວາມໝາຍຂອງ UNCLOS 1982, ແມ່ນຂອບເຂດໃຫ້ທຸກການເຄື່ອນໄຫວຢູ່ທະເລ; ທ່ານກໍ່ສະເໜີໃຫ້ ອາຊຽນ ຄວນສຸມໃສ່ແຫຼ່ງກຳລັງ ແລະ ຄວາມມານະພະຍາຍາມມຢູ່ລະດັບສູງສຸດ ເພື່ອຍູ້ຄວາມສ່ຽງຈາກໂລກລະບາດໂຄວິດ-19 ໃຫ້ຖອຍໄປ, ຍູ້ແຮງບັນດາມາດຕະການໜູນຊ່ວຍວິສາຫະກິດ, ຟື້ນຟູການຜະລິດ, ດຳເນີນທຸລະກິດ, ສ້າງວຽກເຮັດງານທຳ ແລະ ສ້າງວິທີຫາເງິນລ້ຽງຊີບໃຫ້ປະຊາຊົນ.

ໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37: ຮັກສາພາກພື້ນ ອາຊຽນ ທີ່ສັນຕິພາບ, ມິດຕະພາບ, ຮ່ວມມື, ເປັນກາງ ແລະ ສະຖຽນລະພາບ - ảnh 4 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37.  ພາບ: baoquocte.vn

        ແລະໃນເຫດການທີ່ກ່ຽວຂ້ອງ, ວາລະປະຊຸມຄົບຄະນະກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ໄດ້ດຳເນີນໄປພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ປະທານອາຊຽນ 2020. ທີ່ວາລະປະຊຸມຄົບຄະນະ, ບັນດາຜູ້ແທນໄດ້ສຸມໃສ່ແລກປ່ຽນ 3 ເນື້ອໃນຕົ້ນຕໍ. ນັ້ນແມ່ນ ສຳຫລວດກວດຄືນສະພາບການອາຊຽນ; ປັບປຸງບົດບາດໃຈກາງ ອາຊຽນ; ບັນດາບັນຫາພາກພື້ນ ແລະ ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:

        “ອີກຄັ້ງໜຶ່ງ ວາລະປະຊຸມໄດ້ຢັ້ງຢືນຈິດໃຈສາມັກຄີ ແລະ ຮັບປະກັນ ອາຊຽນ ຜ່ານຜ່າຄວາມຫຍຸ້ງຍາກຂອງຍຸກສະໄໝ ກໍ່ຄືບັນດາຄຳໝັ້ນສັນຍາຢ່າງແຮງ ຂອງບັນດາປະເທດສະມາຊິກທັງໝົດ ໃນການສ້າງປະຊາຄົມໃຫ້ສຳເລັດ.

ໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37: ຮັກສາພາກພື້ນ ອາຊຽນ ທີ່ສັນຕິພາບ, ມິດຕະພາບ, ຮ່ວມມື, ເປັນກາງ ແລະ ສະຖຽນລະພາບ - ảnh 5ວາລະປະຊຸມຄົບຄະນະກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37- ພາບ: baoquocte.vn 

        ໃນຂອບເຂດບັນດາການເຄື່ອນໄຫວຂອງກອງປະຊຸມສຸດຍອດອາຊຽນ 37 ຈະດຳເນີນພິທີປະກາດໝາກຜົນປີ ອາຊຽນ 2020 ຢ່າງເປັນທາງການ, ກອງປະຊຸມສຸດຍອດລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ພິທີປະກາດການສ້າງສູນ ອາຊຽນ ກ່ຽວກັບບັນດາກໍລະນີດ້ານສາທາລະນະສຸກສຸກເສີນ ແລະ ໂລກລະບາດທີ່ຫາກໍ່ເກີດຂຶ້ນໃໝ່./.

ຕອບກັບ

ຂ່າວ/ບົດ​ອື່ນ