ໄຂກອງປະຊຸມສຸດຍອດ ອາຊຽນຄັ້ງທີ 24


ໄຂກອງປະຊຸມສຸດຍອດ ອາຊຽນຄັ້ງທີ 24 - ảnh 1

(ພາບ: tienphong.vn)

(vovworld)- ວາລະ​ໄຂກອງ​ປະຊຸມ​ສຸດ​ຍອດອາ​ຊຽນ ຄັ້ງທີ 24 ດຳ​ເນີນ​ໄປ​ຢູ່​ນະຄອນ Nay Pyi Taw ປະ​ເທດ​ມຽນມາ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງທ່າ​ນນາຍົກລັດຖະ ມົນຕີຫວຽ​ດນາມ ຫງວຽນ​ເຕິ​ນຢຸງ​ ​ແລະ ບັນດາ​ການ​ນຳ​ຂັ້ນສູງ​ຂອງ​ອາ​ຊຽນ. ດ້ວຍ​ຫົວ​ເລື່ອງ “ສາມັກຄີ​ເພື່ອ​ມຸ້ງ​ໄປ​ເຖິງ​ປະຊາ​ຄົມ​ແຫ່ງ​ສັນຕິພາບ ​ແລະ ວັດທະນາ​ຖາວອນ“,

 ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທີ 24​ ​ຈະ​ຈັດວາລະ​ປະຊຸມ​ຄົບ​ຄະນະ, ວາລະ​ປະຊຸມ​ແຄບ, ວາລະ​ປະຊຸມ​ລະຫວ່າງ​ການ​ນຳ​ຂັ້ນສູງ​ອາ​ຊຽນ ກັບ​ຜູ້ຕາງໜ້າ​ສະພາ​ລັດຖະສະພາ​ອາ​ຊຽນ (ອາຍ​ປາ), ຊາວ​ໜຸ່ມ ​ແລະ ສັງຄົມ​ພົນລະ​ເຮືອນ ​ແລະ ວາລະ​ອັດ​ກອງ​ປະຊຸມ. ກອງ​ປະຊຸມ​ສຸມ​ໃສ່ປຶກສາ​ຫາລື​ສະພາບ​ການ​ຜັນ​ຂະຫຍາຍ​ຂັ້ນຕອນ​ ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015, ກະກຽມ​​ໃຫ້​ແກ່ໄລຍະພັດທະນາ​ຂອງ ​ປະຊາ​ຄົມ​ອາ​ຊຽນ​ ຫຼັງ​ປີ 2015 ກໍ່​ຄື​ການ​ພົວພັນ​ທາງ​ການ​ທູດ​ຂອງປະຊາ​ຄົມ​ອາ​ຊຽນ. ທ່າ​ນນາຍົກລັດຖະ ມົນຕີຫວຽ​ດນາມຫງວຽນ​ເຕິ​ນຢຸງ​  ແລະ ບັນດາ​ການ​ນຳ​ຂັ້ນສູງ​ຂອງ​ອາ​ຊຽນ ກໍ່​ສຸມ​ໃສ່​ແລກປ່ຽນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ, ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ປະຈຸ​ບັນ​ແມ່ນ​ໜຶ່ງ​ໃນ​ບັນດາບັນຫາ​ເຄັ່ງຮ້ອນ​ທີ່​ສຸດຖືກ​ສຸມ​ໃສ່​ປຶກສາ​ຫາລື​ທີ່​ກອງ​ປະຊຸມ​ຄັ້ງນີ້.

   ການ​ນຳ​ບັນດາ​ປະ​ເທດ​ອາ​ຊຽນ ສະ​ແດງ​ຄວາມ​ເປັນ​ຫ່ວງ​ກັງວົນ​ຕໍ່​ເຫດການ​ຕ່າງໆ​ພວກມ​ເກີດ​ຂື້ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຊື່​ງ​ໄດ້​ເພີ່ມ​ຄວາມ​ເຄັ່ງ​ຕຶງ ​ແລະ ສົ່ງ​ຜົນ​ສະທ້ອນ​ເຖິງ​ສັນຕິພາບ, ສະຖຽນ​ລະພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ສິດ​ເສລີ​ໃນ​ການ​ເດີນ​​ເຮືອ​ຢູ່ທະ​ເລຕາ​ເວັນ​ອອກ.

  ​ໃນ​ຂອບ​ເຂດກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງທີ 24​, ວັນ​ທີ 10/5, ​ໄດ້​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ, ກອງ​ປະຊຸມ​ສະພາ​ປະຊາ​ຄົມ​ການ​ເມືອງ-​ຄວາມ​ສະຫງົບ​ປອດ​ໄພ​ອາ​ຊຽນຄັ້ງທີ 11 ​ແລະ ກອງ​ປະຊຸມ​ສະພາ​ປະສານ​ງານ​ອາ​ຊຽນຄັ້ງທີ 14. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິງ​ມິ​ງ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ບັນດາ​ກອງ​ປະຊຸມ​ດັ່ງກ່າວ./.

 

ຂ່າວ/ບົດ​ອື່ນ