ໄຂກອງປະຊຸມສຸດຍອດSAARCຄັ້ງທີ18

ໄຂກອງປະຊຸມສຸດຍອດSAARCຄັ້ງທີ18 - ảnh 1
ພາ​ບ​ປະ​ກອບ:TTXVN
(vovworld)-​ ຕອນ​ເຊົ້າ​ວັນ​ທີ 26/11, ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 18 ຂອງ​ສະ​ຫະ​ສະ​ມາ​ຄົມ​ການ​ຮ່ວມ​ມື​ພາກ​ພື້ນ ອາ​ຊີ​ໃຕ້ (SAARC) ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ການ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ ເພື່ອ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ” ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ນະ​ຄອນ​ຫລວງ Kathmandu ຂອງ ເນ​ປານ. ກອງ​ປະ​ຊຸມ​ແມ່ນ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ພາກ​ພື້ນ, ການ​ຄ້າ ແລະ ການ​ເຊື່ອມ​ໂຍງ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ປີນີ້, ມີ​ການ​ນຳ​ລັດ, ລັດ​ຖະ​ບານ ຂອງ 8 ປະ​ເທດ​ສະ​ມາ​ຊິກ ແລະ ຜູ້​ຕາງ​ຫນ້າ 9 ປະ​ເທດສັງ​ເກດ​ການຂອງ ສະ​ຫະ​ສະ​ມາ​ຄົມ​ການ​ຮ່ວມ​ມື​ພາກ​ພື້ນ ອາ​ຊີ​ໃຕ້ ຊື່ງ​ລວມ​ມີ: ອົດ​ສະ​ຕາ​ລີ, ຈີນ, ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ), ອີ​ຣານ, ຍີ່​ປຸ່ນ, ສ​ເກົາ​ຫລີ, Mauritius, ມຽນ​ມາ ແລະ ອາ​ເມ​ລິ​ກາ. ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້ ການ​ນຳ​ບັນ​ດາ​ປະ​ເທດ ຈະ​ປຶກ​ສາ​ຫາ​ລື​ຫລາຍ​ບັນ​ຫາ​ສຳ​ຄັນ ແລະ ພົ້ນ​ເດັ່ນ​ຢູ່​ພາກ​ພື້ນ ອາ​ຊີ​ໃຕ້, ຊຸກ​ຍູ້​ການ​ຮ່ວມ​ມື ແລະ ຄ​ວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າ​ງ​ບັນ​ດາ​ປະ​ເທດ​ສະ​ມ​າ​ຊິກ, ສ້າງ​ເຂດ​ການ​ຄ້​າ​ເສ​ລີ, ວິ​ທີ​ຮັບ​ມື​ກັບ​ໄພ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ໄພ​ທຳ​ມະ​ຊາດ.
ຂ່າວ/ບົດ​ອື່ນ