ໄຂກອງປະຊຸມສຸດຍອດການເຈລະຈາຮ່ວມ​ມືອາຊີຄັ້ງທີ2

ໄຂກອງປະຊຸມສຸດຍອດການເຈລະຈາຮ່ວມ​ມືອາຊີຄັ້ງທີ2 - ảnh 1
(ໄຂ​ກອງ​ປະ​ຊຸ​ມ​ສຸດຍອດ​ການ​ເຈ​ລະ​ຈາ​ພັດ​ທະ​ນາ​ອາ​ຊີ​ຄັ້ງ​ທີ2)

(vovworld) - ກອງ​ປະ​ຊຸ​ມ​ສຸດຍອດ​ການ​ເຈ​ລະ​ຈາ​ຮ່ວມ​ມື​ອາ​ຊີ​ ຄັ້ງ​ທີ 2 (ACD) ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 10/10 ຢູ່​ນະ​ຄອນ​ຫຼວງ​ບາງກອກ, ປະ​ເທດ​ໄທ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ປະ​ມຸກ​ລັດ​ ແລະ ການ​ນຳ​ຂອງ 34 ປະ​ເທດ​ສະ​ມາ​ຊິກ ACD. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ນຳ​ໜ້າ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປ​ະ​ເທດ​ເຈົ້າ​ພາບ​ໄທ ພ​ຣະ​ຢຸດ ຈັນ​ໂອ​ຈາ ເຊື່ອ​ໝັ້ນ​ວ່າ, ດ້ວຍ​ຫົວ​ຂໍ້ “ອາ​ຊີ​ໜຶ່ງ, ທ່າ​ແຮງ​ຫຼາຍ​ແງ່​ມູມ”, ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 2 ຂອງ ACD ຈະ​ວາງ​ອອກພື້ນ​ຖານ​ໃຫ້​ອະ​ນາ​ຄົ​ດ​ທີ່​ດີ​ງາມ​ກ່ຽວ​ກັບ​ການ​ຮ່ວມ​ມື​ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ​ຢູ່​ອາ​ຊີ.

        ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ຕາງ​ໜ້າ​ໃຫ້​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ຖື​ວ່າ, ການ​ເຊື່ອມ​ຕໍ່​ແມ່ນ​ກຸນ​ແຈສຳ​ຄັນ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ອາ​ຊີ, ໃນ​ນັ້ນ​ຕ້ອງ​ສຸມ​ໃສ່​ເຂົ້າ​ໃນ​ການ​ເຊື່ອມ​ຕໍ່​ຫຼາຍ​ດ້ານ ແລະ ຫຼາຍ​ຂົງ​ເຂດ. ບໍ່​ພຽງ​ແຕ່​ກຳ​ນົດ​ໃນ​ຂອບ​ເຂດ​ຮ່ວມ​ມື​ດ້ານ​ຄົມ​ມະ​ນາ​ຄົມ ແລະ logistic ເທົ່າ​ນັ້ນ, ຫາກ​ຍັງ​ໃນ​ທຸກ​ຂົງ​ເຂດ​ຄື: ການ​ຄ້າ, ການ​ລົງ​ທຶ​ນ, ການ​ເຊື່ອມ​ຕໍ່​ດ້ານ​ການ​ທ່ອງ​ທ່ຽວ… ກ່ອ​ນ​ອື່ນ​ໝົດ​ແມ່ນ​ຢູ່​ຕາມ​ແລວ​ເສດ​ຖະ​ກິດ. ສິ່ງນີ້​ໄດ້​ຢືນ​ຢັນ​ອີກ​ຄັ້ງ​ໜຶ່ງ​ບົດ​ບາດ ແລະ ຄວາມ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື ACD.

        ໃນ​ຂອບ​ເຂດກອງ​ປະ​ຊຸມນີ້, ບັນ​ດາ​ການ​ນຳ ແລະ ຫົວ​ໜ້າ​ຄະ​ນະ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ກັບ​ຜູ້​ຕາງ​ໜ້າ​ເຂດ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ; ຮັ​ບ​​ຮອງ​ເອົາ​ບັນ​ດາ​ເອ​ກະ​ສານ​ຂອງກອງ​ປະ​ຊຸມ…

ຂ່າວ/ບົດ​ອື່ນ