ໄຂກອງປະຊຸມສຸດຍອດສະຫະພາບ ອາຟຼິກາ ຄັ້ງທີ 19

ໄຂກອງປະຊຸມສຸດຍອດສະຫະພາບ ອາຟຼິກາ ຄັ້ງທີ 19 - ảnh 1

ທ່ານ​ປະທານ​ຄະນະ​ກຳມະການສະຫະພາບ​ອາ​ຟຼິກາ Jean Ping

(ພາບ:ອິນ​ເຕີ​ແນັດ)​

( vovworld ) – ກອງ​ປະຊຸມ​ສຸດ​ຍອດ​ສະຫະພາບບັນດາ​ປະ​ເທດ​ອາ​ຟຼິກາ ຄັ້ງທີ 19 ​ໄດ້​ຖືກ​​ໄຂ​ຂຶ້ນ​ໃນ​ວັນ​ທີ 15/7 ຢູ່​ນະຄອນ Addis Ababa Etiopia ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ສະພາບ​ການຢູ່ບັນດາສະຖານ​ທີ່​ເຄັ່ງຮ້ອນ​ໃນ​ພາກ​ພື້ນ. ຄວາມໝັ້ນຄົງ​ແມ່ນ​ຫົວ​ເລື່ອງ​ໄດ້​ຮັບ​​ບຸລິມະສິດປຶກສາ​ຫາລືທີ່​ກອງ​ປະຊຸມ​ຄັ້ງນີ້, ພີ​ເສດ​ແມ່ນ​ສະພາບ​ຂາດ​ສະຖຽນ​ລະ​ພາບ​ຢູ່ Mali, ການ​ໃຊ້​ຄວາມ​ຮຸນ​ແຮງ​ເກີດ​ຂຶ້ນຄືນ​ໃໝ່​ຢູ່​ປະ​ເທດ ສາທາລະນະ​ລັດ ປະຊາທິປະ​ໄຕ Conggo ​ແລະ ວິ​ກິດ​ການ​ລະຫວ່າງ Sudan ​ແລະ ​Sudan ​ໃຕ້. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ກອງ​ປະຊຸມ, ທ່ານ Jean Ping ປະທານສະຫະພາບອາ​ຟຼິກາ  ​ໃຫ້​ຮູ້​ວ່າ: ສະຫະພາບ​ອາ​ຟຼິກາ ພ້ອມ​ແລ້ວ​ທີ່​ຈະ​ສົ່ງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​​ໄປ​ຍັງ​​ເຂດ​ຕາ​ເວັນ​ອອກປະ​ເທດສາທາລະນະ​ລັດ ປະຊາທິປະ​ໄຕ Conggo ​ເພື່ອ​ແນ​ໃສ່ຮັກສາພື້ນຖານ​ສັນຕິພາບ ກໍ່​ຄື​ຢຸດຕິ​ບັນດາ​ການ​ເຄື່ອນ​ໄຫວ​ໃຊ້​ຄວາມ​ຮຸນ​ແຮງ​ຂອງ​ກຸ່ມ​ທະຫານ​ກະບົດ. ສະຫະພາບ​ອາ​ຟຼິກາ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ວິຕົກ​ກັງວົນ​ຕໍ່​ບັນດາ​ສະຖານ​ທີ່​ເຄັ່ງຮ້ອນ​ອື່ນ​ຢູ່​ອາ​ຟຼິກາ, ພິ​ເສດ​ແມ່ນວິ​ກິດ​ການ​ທີ່​ພວມ​ເກີດ​ຂຶ້ນ​ຢູ່ Mali.

ຂ່າວ/ບົດ​ອື່ນ