ໄຂກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 72

(VOVWORLD) -ຮຸ່ງເຊົ້າວັນທີ 13 ກັນຍາ ຕາມເວລາ ຫວຽດນາມ, ກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 72 ໄດ້ໄຂຂຶ້ນ ໂດຍມີການເຂົ້າຮ່ວມຂອງຜູ້ຕາງຫນ້າມາຈາກ 193 ປະເທດສະມາຊິກ ແລະ ບັນດາອົງການຈັດຕັ້ງສາກົນ ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ Miroslaw Lajcak ປະທານກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 72 ແລະ ທ່ານ Antonio Guterres ເລຂານຸການໃຫຍ່ ສປຊ. 

ໄຂກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 72 - ảnh 1 ທ່ານ Miroslaw Lajcak ປະທານກອງປະຊຸມສະມັດຊາໃຫຍ່ ສປຊ

ພາບ: Vietnam+

ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານ Lajcak ເນັ້ນຫນັກເຖິງບັນດາການບຸລິມະສິດຂອງຕົນໃນປີຈະມາເຖິງ ໃນຖານະເປັນປະທານກອງປະຊຸມສະມັດຊາໃຫຍ່ ສປຊ ດ້ວຍເລື່ອງຖືມະນຸດເຂົ້າທີ່ຕັ້ງຈຸດສຸມຂອງວຽກງານ, ດຸ່ນດ່ຽງບັນດາຜົນປະໂຫຍດ, ຮັບປະກັນຄຸນນະພາບວຽກງານ ແລະ ຄວາມໂປ່ງໃສ. ທ່ານ Lajcak ສະແດງຄວາມຫວັງວ່າ ກອງປະຊຸມຄັ້ງນີ້ຂອງ ສະມັດຊາ ສປຊ ຈະແມ່ນກອງປະຊຸມທີ່ມີຄຸນນະພາບ, ມີປະສິດທິຜົນ ແລະ ນຳມາເຊິ່ງໝາກຜົນລະອຽດຫລາຍຢ່າງໃຫ້ແກ່ບັນດາບັນຫາຂອງໂລກ. ທ່ານຍັງເນັ້ນຫນັກເປັນພິເສດເຖິງສອງບັນຫາຮີບດ່ວນປະຈຸບັນ ນັ້ນແມ່ນ ການສະກັດກັ້ນການປະທະກັນ ແລະ ບັນຫາຊາວອົບພະຍົບ.

ຕອບກັບ

ຂ່າວ/ບົດ​ອື່ນ