ໄຂກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 73

(VOVWORLD) -ວັນທີ 18 ກັນຍາ, ຢູ່ສຳນັກງານນິວຢອກ, ປະເທດອາເມລິກາ, ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດໃໝ່ ຖືກໄຂຂຶ້ນພ້ອມກັບຄຳໝັ້ນສັນຍາຂອງທ່ານປະທານຄົນໃໝ່ວ່າ

ໄຂກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 73 - ảnh 1 ທ່ານນາງປະທານ Maria Fernanda Espinosa

(ພາບ: TTXVN)

ໃນປີຈະມາເຖິງຈະເຮັດໃຫ້ອົງການຈັດຕັ້ງທົ່ວໂລກນີ້ຫຍັບມໍ່ເຂົ້າໃກ້ກັບປະຊາຊົນກວ່າ ເພື່ອສົ່ງເສີມໃຫ້ເຂົາເຈົ້າຮູ້ສຶກໄດ້ວ່າ ຕົນເອງເປັນເຈົ້າຂອງຫຼາຍກວ່າ, ພ້ອມທັງສະໜັບສະໜູນສະຫະປະຊາຊາດໃຫ້ຫຼາຍກວ່າອີກ.

        ໃນບົດກ່າວປາໄສຕໍ່ກອງປະຊຸມສະມັດຊາໃຫຍ່ຊຸດທີ 73 ລວມມີ 193 ສະມາຊິກ, ທ່ານນາງປະທານ Maria Fernanda Espinosa ໃຫ້ຮູ້ວ່າ, ຈຸດສຸມວຽກງານຂອງທ່ານນາງໃນປີຈະມາເຖິງແມ່ນການຕອບສະໜອງຄວາມຕ້ອງການຂອງປະຊາຊົນ ທີ່ຢາກມີກົນໄກຊີ້ນຳນຳພາຫຼາຍຝ່າຍຢ່າງແຮງກວ່າ, ເພື່ອແນໃສ່ຮັບປະກັນໃຫ້ສັງຄົມມີສັນຕິພາບ, ມີຄວາມຍຸຕິທຳ ແລະ ໝັ້ນຄົງກວ່າ. ທ່ານນາງ Maria Fernanda Espinosa ໄດ້ຢັ້ງຢືນ 7 ບຸລິມະສິດໃນການກະທຳປີຕໍ່ໄປລວມມີການເພີ່ມທະວີຄວາມສະເໝີພາບລະຫວ່າງຍິງ - ຊາຍ; ຊຸກຍູ້ ແລະ ປະຕິບັດບັນດາສົນທິສັນຍາທົ່ວໂລກໃໝ່ກ່ຽວກັບຊາວອົບພະຍົບ ແລະ ຊາວລີ້ໄພ; ສ້າງວຽກເຮັດງານທຳທີ່ມີລາຍຮັບດີ…

ຕອບກັບ

ຂ່າວ/ບົດ​ອື່ນ