ໄຂກອງປະຊຸມສະໄໝສາມັນປະຈຳເດືອນ 04/2016

ໄຂກອງປະຊຸມສະໄໝສາມັນປະຈຳເດືອນ 04/2016 - ảnh 1
ໄຂກອງປະຊຸມສະໄໝສາມັນປະຈຳເດືອນ 04/2016
(ພາບ: VGP)

(vovworld) - ຕອ​ນ​ເຊົ້າ​ວັ​ນ​ທີ 04/05, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽ​ດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​​​ສະ​ໄໝ​ສາ​ມັນ​ປະ​ຈຳ​ເດືອນ 04/2016. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ນັກ​ວ່າ, ກອງປະ​ຊຸມນີ້​ມີ​ຄວາມ​ໝາຍ​ສຳ​ຄັນ ເມື່​ອ​ລັດ​ຖະ​ບານ​​ຊຸດໃໝ່​ຫາກໍ່​​ໄດ້​ຮັບ​ການ​ບູ​ລະ​ນະ ແລະ ຊີ້​ນຳ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ ຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ, ຜັນ​ຂະ​ຫຍາຍ​ບັນ​ດາ​ໜ້າ​ທີ່ ທີ່​ໄດ້​ວາງ​ອອກ​ຢ່າງ​ຄົບ​ຊຸດ, ມີ​ຈຸດ​ສຸມ.

        “ລັດ​ຖະ​ບານ​ຕ້ອງ​ປອດ​ໄສ, ຊື່​ຕົງ, ​ປາ​ສະ​ຈາກການ​ສໍ​້​ລາດ​ບັງ​ຫຼວງ, ສິ່ງ​ຫຍໍ້​ທໍ້ ແລະ ພິ​ເສດ​ແມ່ນ​ຫຼິກ​ລ້ຽງ​ການ​ຟຸມ​ເ​ຟື​ອຍ​ໃນ​ສັງ​ຄົມ. ຂະ​ແໜງ​ໃ​ດ​​ທີ​ການຟຸມ​ເ​ຟືອຍ, ສໍ​້​ລາດ​ບັງ​ຫຼວງ​ຂະ​ແໜງນັ້ນ​ຕ້ອງ​ຮັບ​ຜິດ​ຊອບ​. ລັດ​ຖະ​ບານ​ເປັນ​ແບບ​ຢ່າງ​ໃຫ້​ສັງ​ຄົມ. ໃນ​ຕໍ່​ໜ້າ, ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ​ຕ້ອງກວດ​ກາ​ຄືນ​​ການຂາດ​ຄ​ວາມ​ລະ​ມັດ​ລະ​ວັງ, ການ​ສໍ້​ລາດ​ບັງ​ຫຼວງ, ຟຸມ​ເ​ຟືອຍ​ໃນ​ລະ​ບົບ. ນັ້ນ​ແມ່ນ​ສິ່ງ​ທີ່​ສະ​ພາ​ແຫ່ງ​ຊາດ​ໄດ້​ເຕືອງ​ເຖິງ​ແລ້ວ, ພວກ​ເຮົາ​ພຽງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ເທົ່າ​ນ​ັ້ນ, ເຮັດ​ຍັງ​ບໍ່​ທັນ​ໄ​ດ້ ກໍ່ຕ້ອງ​ເຮັດ​ໃຫ້​ໄດ້”.

ຂ່າວ/ບົດ​ອື່ນ