ໄຂກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13

ໄຂກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 - ảnh 1
ໄຂກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13

(vovworld) - ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5, ສະພາ​ແຫ່ງ​ຊາດ ຫວຽດນາມຊຸດ​ທີ 13 ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າ​ວັນ​ທີ 20/5 ຢູ່​ນະຄອນຫຼວງ ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ມີ​ການ​ນຳ​ພັກ, ລັດ, ລັດຖະບານ, ສະພາ​ແຫ່ງ​ຊາດ, ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ບັນດາ​ນັກ​ປະຕິວັດ​ຜູ້​ອາວຸ​ໂສ, ຜູ້ຕາງໜ້າ​ບັນ​ດາ​ຄະນະ​ທູຕາ​ນຸທູດ ​ແລະ ບັນດາ​ອົງການ​ສາກົນ. ກ່ອນ​ທີ່​ໄຂ​ກອງ​ປະຊຸມ, ບັນດາ​ສະມາຊິກ​ສາ​ພະ​ແຫ່ງ​ຊາດ ​ໄດ້​ເຂົ້າ​ຄຳນັບສຸສານປະທານ ​ໂຮ່ຈີ​ມິນ.

    ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໃຫ້​ຮູ້​ວ່າ: ​​​

“ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ນີ້, ສະພາ​ແຫ່ງ​ຊາດ​ຈະ​ພິຈາລະນາ, ຕັດສິນ​ບາງ​ເນື້ອ​ໃນ​ສຳຄັນ​ດັ່ງ​ຕໍ່​ໄປ​ນີ້. ທີ່​ໜຶ່ງ​ແມ່ນ, ສືບ​ຕໍ່​ປະກອບ​ຄຳ​ເຫັນ​ສ້າງຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບ​ປຸງ​ໃຫ້​ສົມ​ບຸ​ນ​ແບບບົນ​ພື້ນຖານ​ຮັບ​ເອົາ​ຄຳ​ເຫັນ​ປະກອບ​ຂອງ​ປະຊາຊົນ. ທີ່ 2 ​ແມ່ນ, ພິຈາລະນາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບປັບປຸງ). ນີ້​ແມ່ນ​ຮ່າງ​ກົດໝາຍ​ທີ່​ສະທ້ອນ​ໂດຍ​ກົງ​ເຖິງ​ຊີວິດ​ດ້ານ​ເສດຖະກິດ - ສັງຄົມ, ຄວາມ​ມີສະຖຽນ​ລະ​ພາບ, ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ ​ແລະ ຊີວິດ​ຂອງ​ປະຊາຊົນ. ທີ່ 3, ຈັດ​ຕັ້ງ​ການ​ຮັບ​ເອົາ​ການ​ລົງຄະ​ແນນ​ສຽງ, ບ່ອນບັດ​ໄວ້​ວາງ​ໃຈ​ສຳລັບ​ບັນດາ​ຜູ້​ດຳ​ລົງຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ​ຫຼື ​ໃຫ້​ສັດຕະຍາບັນ.”

ຈາກ​ນັ້ນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ໄດ້​ສະ​ເໜີ​ບົດ​ລາຍ​ງານ​ຂອງ​ລັດຖະບານ ຕີ​ລາຄາ​ເພີ່ມ​ເຕີມ​ໝາກຜົນ​​ແຫ່ງການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ງົບປະມານ​ແຫ່ງ​ລັດ​ປີ 2012, ​ເລື່ອງ​ຜັນ​ຂະຫຍາຍ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ງົບ​ປະມານ​ແຫ່ງ​ລັດ​ຊຸມ​ເດືອນ​ຕົ້ນ​ປີ 2013.

​ທີ່​ວາລະ​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຮິ່ງດາມ ​ໄດ້​ສະ​ເໜີ​ບົດ​ລາຍ​ງານ​ສະຫລຸບ​ຄຳ​ເຫັນ, ຂໍ້​ສະ​ເໜີ​ແນະ​ຂ​ອງຜູ້​ມີ​ສິດ​ເລືອກ​ຕັ້ງ. ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຫົວໜ້າ​ກຳມາ​ທິການ​ເສດຖະກິດ​ຂອງ ສະພາ​ແຫ່ງ​ຊາດທ່ານ ຫງວຽນ​ວັນ​ເຢົ່າ ສະ​ເໜີ​ບົດ​ລາຍ​ງານ​ກວດກາ​ບົດ​ລາຍງານ​ຂອງ​ລັດຖະບານ​ຕີ​ລາຄາ​ເພີ່ມ​ເຕີມ​ໝາກຜົນ​ການ​ປະຕິບັດ​ແຜນການ​ພັດ​ທະນາ​ເສດຖະກິດ - ສັງຄົມ ​ແລະ ງົບ​ປະມານ​ແຫ່ງ​ລັດ​ປີ 2012, ​ເລື່ອງ​ຜັນ​ຂະຫຍາຍ​ປະຕິບັດ​ແຜນກາ​ນພັດທະນາ​ເສດຖະກິດ - ສັງຄົມ​ ​ແລະ ງົບປະມານ​ແຫ່ງ​ລັດ​ຊຸມ​ເດືອນ​ຕົ້ນ​ປີ 2013.
ໄຂກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 13 - ảnh 2
ພາບປະກອບ

ແລະກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານຫົວໜ້າ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ, ກຳມະການ​ຄະນະ​ຮຽບຮຽງ​ປັບປຸງລັດຖະທຳ​ມະນູນ​ປີ 1992 ຟານ​ຈູງ​ຫຼີ ​ໄດ້​ສະ​ເ​ໜີ​ບົດ​ລາຍ​ງານອະພິປາຍ, ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ ​ແລະ ປັບປຸງ​ຮ່າງ​ລັດຖະທຳ​ມະນູນ​ປີ 1992. ນີ້​ເປັນ​ຄັ້ງ​ທຳ​ອິດ​ເລື່ອງ​ອະພິປາຍ, ຮັບ​ເອົາ ຄຳ​ເຫັນ​ຖືກ​ຄະນະ​ຮຽບຮຽງ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ປະກາດ​ຕໍ່​ປະຊາຊົນ​ທົ່ວ​ປະ​ເທດ. ກ່ຽວ​ກັບ​ຊື່​ຂອງ​ປະ​ເທດ, ທ່ານ ຟານ​ຈູງ​ຫຼີ ຊີ້​ແຈ້ງ​ເລື່ອງ​ຮັກສາ​ຊື່​ປະ​ເທດ​ແມ່ນ ສສ ຫວຽດນາມ ​ແມ່ນ​ເພື່ອ​ແນ​ໃສ່​ສືບ​ຕໍ່​ຢັ້ງຢືນ​ຈຸດໝາຍ​ເສັ້ນທາງ​ສ້າງສາ​ ​ແລະ ພັດທະນາ​ປະ​ເທດ​ກ້າວ​ຂຶ້ນ​ສູ່​ສັງ​ຄົມ​ນິຍົມ. ກ່ຽວ​ກັບ​ບົດບາດນຳ​ພາ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ທ່ານ ຟານ​ຈູງ​ຫຼີ ຢຶນຢັນ​ວ່າ:

“ກ່ອນ​ອື່ນ​ໝົດ​ຕ້ອງ​ຢືນຢັນ​ວ່າ: ​ເລື່ອ​ງຮັກສາ​ມາດຕາ 4 ກຳນົດ​ບົດບາດ​ຂອງ​ພັກ​ແມ່ນ​ຈຳ​ເປັນ​. ຂໍ້​ກຳນົດ​ນີ້​ຢັ້ງຢືນ​ລັກສະນະ​ປະຫວັດສາດ, ລັກສະນະຕ້ອງ​ເປັນ​ໄປ ພາວະ​ວິ​ໄສ​ກ່ຽວ​ກັບການ​ນຳພາ​ຂອງ​ພັກ​ຕໍ່​ວິວັດ​ການ​ປະຕິວັດ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຮ່າງ​ລັດຖະທຳ​ມະນູ​ນ​ໄດ້​ເພີ່ມ​ເຕີມ​ການ​ກຳນົດ​ກ່ຽວ​ກັບ​ທາດ​ແທ້​ຂອງ​ພັກ​ຕາມ​ຈິດ​​ໃຈ​ໃໝ່​ຂອງ ໂຄງການ​ກ​ານ​ເມືອງພັກ​ກອມ​ມູນິດ​ຫວຽດນາມ ​ແມ່ນ​ພັກ​ກຳ​ອຳນາດ, ນຳພາ​ປະ​ເທດ​ຊາດ ​ແລະ ສັງຄົ​ມ. ພັກ​ນຳພາ​ຜ່ານໂຄງການ​ກ​ານ​ເມືອງ, ຍຸດ​ທະ​ສາດ ບັນດາ​ການ​ກຳນົດ​ທິດ ​ແລະ ນະ​ໂຍບາຍ​ແຜນ​ນະ​ໂຍບາຍ​ໃຫຍ່​ຂອງ​ຕົນ. ແບບ​ວິທີ, ​ເນື້ອ​ໃນການ​ນຳພາ​ໄດ້​ສະ​ແດງ​ຢ່າງ​ມີໄຫວ​ພິບ, ຕອບ​ສະໜອງຕາມ​ໜ້າ​ທີ່​ໃນ​ແຕ່ລະ​ໄລຍະ, ​ແຕ່​ລະສະ​ໄໝ.”

    ກໍ່​ໃນ​ຕອນ​ບ່າຍວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງ​ໃບ​ຍືນ​ສະ​ເໜີ​ສະພາ​ແຫ່ງ​ຊາດ​ໃຫ້​ສັດຕະຍາບັນສະຫລຸບງົບປະມານ​ແຫ່ງ​ລັດ​ປີ 2011, ບັດ​ລາຍ​ງານ​ກວດກາ​ການສະຫລຸບງົບປະມານ​ແຫ່ງ​ລັດ​ປີ 2011, ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ກົດໝາຍ​ອາກອນມູນ​ຄ່າ​ເພີ່ມ, ຮ່າງ​ກົ​ດໝາຍ​ສະບັບ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ອາກອນລາຍ​ຮັບວິ​ສາ​ຫະກິດ ​ແລະ ບົດ​ລາຍ​ງານ​ກວດກາ​ຂອງ​ຮ່າງ​ກົດໝາຍ 2 ສະບັບ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ