ໄຂກອງປະຊຸມສະໄໝສາມັນເທື່ອທີ 9, ຄັ້ງທີ 2, ຄະນະປະຈຳສະພາແຫ່ງຊາດ

(VOVWORLD) -ໃນກອງປະຊຸມຄັ້ງທີ 2 ນີ້, ຄະນະປະຈຳສະພາແຫ່ງຊາດໄດ້ເຮັດວຽກເປັນເວລາ 3 ວັນ, ພິຈາລະນາ ແລະ ຮັບຮອງເອົາມະຕິກ່ຽວກັບລະດັບພາສີໃນການປົກປັກຮັກສາສິ່ງແວດລ້ອມສຳລັບແອັດຊັງ, ນ້ຳມັນ ຈົນຮອດວັນທີ 31 ທັນວາ ປີ 2022.
ໄຂກອງປະຊຸມສະໄໝສາມັນເທື່ອທີ 9, ຄັ້ງທີ 2, ຄະນະປະຈຳສະພາແຫ່ງຊາດ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ9,ຄັ້ງທີ 2, ຄະນະປະຈຳສະພາແຫ່ງຊາດ (ພາບ: quochoi.vn)

ຕອນເຊົ້າວັນທີ 22 ມີນາ, ຢູ່ຫໍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດໄດ້ສືບຕໍ່ດຳເນີນກອງປະຊຸມເທື່ອທີ 9. ໃນກອງປະຊຸມຄັ້ງທີ 2 ນີ້, ຄະນະປະຈຳສະພາແຫ່ງຊາດໄດ້ເຮັດວຽກເປັນເວລາ 3 ວັນ, ພິຈາລະນາ ແລະ ຮັບຮອງເອົາມະຕິກ່ຽວກັບລະດັບພາສີໃນການປົກປັກຮັກສາສິ່ງແວດລ້ອມສຳລັບແອັດຊັງ, ນ້ຳມັນ ຈົນຮອດວັນທີ 31 ທັນວາ ປີ 2022.

ວັນທີ 13 ມີນາຜ່ານມາ, ລັດຖະບານໄດ້ຮັບຮອງເອົາແຜນຮ່າງວ່າດ້ວຍລະດັບພາສີປົກປັກຮັກສາສິ່ງແວດລ້ອມນ້ຳມັນ, ອາຍແກັດຈົນໝົດວັນທີ 31 ທັນວານີ້ ເພື່ອຍື່ນໃຫ້ຄະນະປະຈຳສະພາແຫ່ງຊາດຮັບຮອງເອົາ. ໄລຍະເວລານຳໃຊ້ຕາມການສະເໜີຂອງກະຊວງການເງິນແມ່ນແຕ່ວັນທີ 1 ເມສາ ຫາວັນທີ 31 ທັນວາ. ສິ້ນສຸດກອງປະຊຸມກ່ຽວກັບເນື້ອໃນນີ້, ຄະນະປະຈຳສະພາແຫ່ງຊາດຈະລົງຄະແນນສຽງກ່ຽວກັບມະຕິດັ່ງກ່າວ.

ຕາມລາຍການ, ໃນຕອນເຊົ້າວັນທີ 22 ມີນາ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາຄຳເຫັນ ແລະ ປັບປຸງກົດໝາຍ 2 ສະບັບຄື: ກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍຮູບເງົາ (ສະບັບປັບປຸງ). ນີ້ແມ່ນ ຮ່າງກົດໝາຍ 2 ສະບັບທີ່ໄດ້ຮັບການລົງຄະແນນສຽງຈາກສະພາແຫ່ງຊາດໃນກອງປະຊຸມຄັ້ງທີ 2 ແລະ ຄາດວ່າຈະໄດ້ຮັບການຮັບຮອງເອົາໃນກອງປະຊຸມຄັ້ງທີ 3 ໃນເດືອນພຶດສະພາ.

ແລະກໍ່ໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ຮ່າງມະຕິຂອງສະພາແຫ່ງຊາດ ທົດລອງຮູບແບບການຈັດຕັ້ງການອອກແຮງງານ, ແນະນຳວິຊາຊີບ ແລະ ບຳລຸງສ້າງວິຊາຊີບໃຫ້ນັກໂທດຢູ່ນອກຄ້າຍຄຸ້ມຂັງ.

ຕອບກັບ

ຂ່າວ/ບົດ​ອື່ນ