ໄຂກອງປະຊຸມສຳມະນາ ASEM ກ່ຽວກັບການຄຸ້ມຄອງແຫຼ່ງນ້ຳ ແລະ ເຂດລຸ່ມແມ່ນ້ຳ

ໄຂກອງປະຊຸມສຳມະນາ ASEM ກ່ຽວກັບການຄຸ້ມຄອງແຫຼ່ງນ້ຳ ແລະ ເຂດລຸ່ມແມ່ນ້ຳ - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 20/03, ຢູ່​ນະຄອນ​ເກີນ​ເທີ ​ໄດ້​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ ASEM ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ແຫຼ່ງ​ນ້ຳ ​ແລະ ​ເຂດລຸ່ມ​ແມ່​ນ້ຳ - ວິ​ທີ​ສຳ​ພັດ​ກັບການ​ເຕີບ​ໂຕ​ຂຽວ. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ດຶງ​ດູດຜູ້​ແທນທັງຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ 150 ທ່າ​ນ ທີ່​ມາ​ຈາກ 51 ປະ​ເທດ​ສະມາຊິກ ASEM, ບັນດາ​ອົງການ​ໃນ​ພາກ​ພື້ນ ​ແລະ ສາກົນ​ທີ່​ກ່ຽວຂ້ອງ​ເຖິງ​ຄະນະ​ກຳມະການ​ແມ່​ນ້ຳຂອງ, ຄະນະ​ກຳມະການ​ສາກົນ​ກ່ຽວ​ກັບ​ການ​ປົກ​ປ້ອງ​ແມ່​ນ້ຳ Danube, ສະພາ​ນ້ຳ​ໃນ​ໂລກ, ​ໂຄງການ​ພັດທະນາ​ສະຫະ​ປະຊາ​ຊາດ, ທະນາຄານ​ໂລກ... ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ການ​ເຄື່ອນ​ໄຫວ​​ເປັນ​ຄັ້ງ​ທຳ​ອິດ ​ເຊິ່ງນອນ​ໃນຂອບເຂດ​ຂໍ້​ລິ​ເລີ່ມລວມຂອງ 6 ປະ​ເທດ​ສະມາຊິກ Danube – Mekong ​ເຊິ່ງລວມມີ, ຮຸງ​ກາຣີ, ຣູ​ມາ​ນີ, ບຸນ​ກາຣີ, ລາວ, ​ໄທ ​ແລະ ຫວຽດນາມ. ກອງ​ປະຊຸມ​ຄັ້ງ​ນີ້​​ໄດ້​ສຸມ​ໃສ່​ປຶກສາ​ຫາ​ລື​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ເພື່ອ​ແນ​ໃສ່​ນຳ​ໃຊ້, ຄຸ້ມ​ຄອງ​ແຫຼ່ງນ້ຳ​ ​ແລະ ​ເຂດ​ລຸ້ມແມ່ນ​ນ້ຳຕິດ​ພັນ​ກັບ​ການ​ເຕີບ​ໂຕ​ຂຽວ, ​ຮັກສາ​ຊີວະ​ພາບ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຢ່າງ​ໝັ້ນ​ຄົງ... ກ່ຽວ​ກັບ​ວຽການ​ກະກຽມ, ທ່ານ​ນາງ ຫງວຽນ​ທິບິ​ກຖູຍ, ຮອງ​ຫົວ​ໜ້າ​ກົມ​ຮ່ວມ​ມື​ເສດຖະກິດ​ຫຼາຍ​ຝ່າຍ, ກະຊວງ​ການ​ຕ່າງປະ​ເທ​ດ​ໃຫ້​ຮູ້​ວ່າ.

        “ກອງ​ປະຊຸມ​ສຳ​ມະ​ນາ ​ເຊິ່ງ​ຖືກ​ຈັດ​ຂຶ້ນ​ຢູ່​ເກີນ​​ເທີ ມີ​ຄວາມ​ໝາຍ​ຍິ່ງ. ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ຢາກຈະ​ຈັດ​ຕັ້ງ​​ໃຫ້ສຳ​ເລັດ, ຢືນຢັນ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ຫວຽດນາມ ກໍ​ຄື​ຂອງນະຄອນ​ເກີນ​ເທີ ​ໃນ​ການປົກ​ປັກ​ຮັກສາ​ແຫຼ່ງນ້ຳ​ເວົ້າ​ລວມ ​ແລະ ​ແມ່​ນ້ຳຂອງ​ເວົ້າສະ​ເພາະ. ວຽກ​ງານ​ຈັດ​ຕັ້ງ​ກອງ​ປະຊຸ​ມສຳ​ມະ​ນາ​ມາ​ຮອດ​ປະຈຸ​ບັນກໍ​ລອບ​ຂອບ​ທີ່​ຖ້ວນ​ແລ້ວ. ບັນດາ​ປະ​ເທດ​ສະມາຊິກ​ ASEM ກໍ​ຕອບ​ສະ​ໜອງ ​ແລະ ມີ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ສຸດ​ຈິດ​ສຸດ​ໃຈ. ບັນດາ​ເຈົ້າ​ໜ້າ​ທີ​ຂັ້ນສູງ, ຜູ້​ຊ່ຽວຊານທີ່​ມີ​ອິດທິຜົນ​ຊື່​ສຽງ​ໃນ​ຂົງ​ເຂດ​ແຫຼ່ງນ້ຳຂອງ ASEM ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ກໍ​ໄດ້​ເຂົ້າ​ຮ່ວມ”.

ຂ່າວ/ບົດ​ອື່ນ