ໄຂກອງປະຊຸມສຳມະນາເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ

ໄຂກອງປະຊຸມສຳມະນາເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ - ảnh 1
ພາບປະກອບຈາກອີນເຕີເນັດ

(vovworld) - ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ທີ 3 ຂອງ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຟິກ ກ່ຽວ​ກັບ​ຄວາມ​ປອດ​ໄພ​ສິນ​ຄ້າ​ທາງ​ອາກາດ ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 19/4, ຢູ່​ນະຄອນ ​ໂຮ່ຈີ​ມິ​ນ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາມີ​ຜູ້​ແທນ 100 ຄົນ​ທີ່​ຕາງໜ້າ​ໃຫ້​ແກ່​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ Apec, ອົງການ​ການ​ບິນ​ພົນລະ​ເຮືອນສາກົນ ICAO, ສະຫະ​ສະມາຄົມ​ຂົນ​ສົ່ງ​ທາງ​ອາກາດ​ສາກົ​ນ (ຫຼື IATA)​.​.​.​ ຢູ່​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ຫຼາຍ​ເນື້​ອ​ໃນ​ສຳຄັນ​ຄື: ການ​ສ້າງ​ນະ​ໂຍບາຍ ​ແລະ ນຳ​ໃຊ້​ບັນດາ​ໂຄງການ​ຮັບປະ​ກັບ​ຄວາມ​ປອດ​ໄພ​ສິນ​ຄ້າ​ທາງ​ອາກາດ​.​.​. ກອງ​ປະຊຸມ​ສຳ​ມະ​ນາ​ກໍ​ຮັບຮອງ​ເອົາ​ບົດ​ລາຍ​ງານ​ລວມ ດ້ວຍ​ຫຼາຍ​ຂໍ້​ສະ​ເໜີ​ທີ່​ສຳຄັນ ​ເພື່ອ​ຍືນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ບັນດາ​ເຈົ້າໜ້າ​ທີ່​ຂັ້ນ​ສູງ APEC ຄັ້ງ​ທີ 2 ຊຶ່ງຈະ​ດຳ​ເນີນ​ໄປຢູ່​ສະຫະພັນ​ລັດ​ເຊຍ​ໃນ​ເດືອນ 5/2012. ທ່ານ Nguyen Ngoc Son, ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​​ການ​ຕ່າງປະ​ເທດ, ສະມາຊິກ​ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ:

“ຫວຽດນາມ​ພວມ​ຜັນ​ຂະຫຍາຍ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ແຮງ, ຖື​​ເປັນ​ສຳຄັນບັນດາ​ກົນ​ໄກ​ເຊື່ອມ​ໂຍງ​ໃນ APEC. ຫວຽດນາມ ​ໄດ້ ​ແລະ ຈະ​ເຂົ້າ​ຮ່ວມ​ບັນດາ​ໂຄງການ​ຮ່ວມ​ມື​ໃນ​ພາກ​ພື້ນ ​ເພື່ອ​​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ສຳ​ພັນ ​ແລະ ​ເຊື່ອມ​​ໂຍງດ້ານ​ເສ​ດຖະກິດ, ສ້າງ​ສະພາບ​ແວດ​ລ້ອມ​ທີ່ປອດ​ໄພ ​ແລະ ສະດວກ​ສະບາຍ​ໃຫ້​ແກ່​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ. ຄວາມ​ປອດ​ໄພ​ທາງ​ອາກາດ ​ແມ່ນ​ຂົງ​ເຂດ​ທີ່​ຫວຽດນາມ ​ເອົາ​ໃຈ​ໃສ່ ​ແລະ ຮ່ວມ​ມື​ຢ່າງ​ຕັ້ງໜ້າ​ໃນ​ຂອບ​ເຂດ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ. ພວກ​ຂ້າພະ​ເຈົ້າ​ໄດ້​ຜັນ​ຂະຫຍາຍ​ຫຼາຍ​ນະ​ໂຍບາຍ ​ແລະ ມາດ​ຕະການ ​ເພື່ອ​ແນ​ໃສ່​ຫັນ​ເປັນ​ທັນ​ສະ​ໄໝ, ຍົກ​ສູງ​ຄຸນ​ນະພາ​ບການ​ຄຸ້ມ​ຄອງ ​ແລະ ບໍລິຫານ​ໃນ​ການ​ບິນ​ພົນລະ​ເຮືອນ, ​ຮັບປະກັນ​ຄວາມ​ປອດ​ໄພ, ຜັນ​ຂະຫຍາຍ​ທຸກໆ​ຄວາມ​ມານະ​ພະຍາຍາມ ​ເພື່ອ​​ໃຫ້​​ບັນດາ​ທ່າ​ອາກາດ​ສະຍານ​ຂອງ​ຫວຽດນາມ​ກາຍ​ເປັນ​ບັນດາ​ຈຸດ​ຜ່ານ​ໃນ​ພາກ​ພື້ນ​ໃນ​ໄລຍະ​ຈະ​ມາ​ເຖິງ.”

ຂ່າວ/ບົດ​ອື່ນ