ໄຂ​ກອງ​ປະ​ຊຸມ​ເທື່ອ​ທີ 11 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

(VOVWORLD) -ກອງປະຊຸມເທື່ອທີ 11 ຂອງ ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຖືກໄຂຂຶ້ນໃນຕອນເຊົ້າວັນທີ 11 ພຶດສະພາຢູ່ ຮ່າໂນ້ຍ.
 ໄຂ​ກອງ​ປະ​ຊຸມ​ເທື່ອ​ທີ 11 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ກອງປະຊຸມເທື່ອທີ 10 (ພາບ: TTXVN)

ເຊິ່ງດຳເນີນໃນວັນທີ 11, 12,13 ພຶດສະພາ ແລະ ວັນທີ 20 ພຶດສະພາ, ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄໍາເຫັນໃສ່ຫຼາຍເນື້ອໃນສຳຄັນ, ໃນນັ້ນ ມີຄຳເຫັນກ່ຽວກັບການຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຕົກລົງແຜນນະໂຍບາຍລົງທຶນໂຄງການເສັ້ນທາງເລກ4ອ້ອມຮອບ ນະຄອນຫຼວງ ຮ່າໂນ້ຍ, ໂຄງການເສັ້ນທາງເລກ 3 ອ້ອມຮອບນະຄອນ ໂຮ່ຈີມິນ.

ກໍໃນກອງປະຊຸມນີ້, ຄະນະປະຈຳສະພາແຫ່ງຊາດ ຈະລົງຄະແນນສຽງຮັບຮອງເອົາມະຕິວ່າດ້ວຍການພິຈາລະນາ, ຕົກລົງການສ້າງຕັ້ງເທດສະບານ ເຟືອງເຊີນ ຂຶ້ນກັບ ເມືອງ ລຸກນາມ ແລະ ການສ້າງຕັ້ງເທດສະບານ ບັກລີ໊ ຂຶ້ນກັບເມືອງ ຮຽບຮວ່າ, ແຂວງ ບັກຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ