ໄຂກອງປະຊຸມໃຫ່ຍຜູ້ແທນ ພຸດທະສາສະໜາຮ່າໂນ້ຍ ຄັ້ງທີ 7

ໄຂກອງປະຊຸມໃຫ່ຍຜູ້ແທນ ພຸດທະສາສະໜາຮ່າໂນ້ຍ ຄັ້ງທີ 7 - ảnh 1

(ພາບປະກອບ:giacngo.vn)

( vovworld ) – ​ວັນ​ທີ 7/8, ກອງ​ປະຊຸມ​​ໃຫ່ຍຜູ້​ແທນ​ພຸດທະສາສະໜາ​​ຮ່າ​​ໂນ້ຍ ຄັ້ງທີ 7, ອາຍຸ​ການ 2012-2017 ​ໄດ້​ຖືກ​ໄຂ​ຂຶ້ນ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້ຕາງໜ້າ​ສາສະໜາ​ດພຸດ 29 ​ເມືອງ​ໃນ​ທົ່ວ​ນະຄອນ. ​ໃນ​ອາຍຸ​ການ​ຜ່ານ​ມາ, ພຸດທະສາສະໜາ​​ຮ່າ​ໂນ້ຍ ສືບ​ຕໍ່​ຢັ້ງຢືນ​ທິດ​ທາງ “ຫຼັກ​​ທຳມະ-​ຊົນ​ຊາດ​-ລັດທິ​ສັງຄົມ​ນິຍົມ“ ​ແລະ ສິ່ງທີ່​ພົ້ນ​ເດັ່ນ​ຂອງ​ພຸດທະສາສະໜາ​​ນະຄອນຫຼວງ​​ແມ່ນສ້າງ​ການ​ຈັດຕັ້ງ​ເປັນ​ປົກກະຕິ​ພາຍ​ຫລັງ​ທີ່ໄດ້​ໂຮມສະມາຄົມ​ພຸດ​ທະ​ສາສະໜາ​ແຂວງ​ຮ່າ​​ໄຕ ​ແລະ ພຸດ​ທະ​ສາສະໜາ​ນະຄອນ​ຮ່າ​ໂນ້ຍ​ເຂົ້ານຳ​ກັນ​ເມື່ອ​ປີ 2008….ທຸກໆ​ວຽກ​ງານ​ສາສະໜາ, ວັດທະນະທຳ, ວຽກ​ງານ​ກຸ​ສົນ​ສັງຄົມ…​ລ້ວນ​ແຕ່​ບັນລຸ​ໝາກຜົນ​ທີ່​ສຳຄັນ,  ດ້ວຍ​ທິດ​ນຳ​ທີ່​ວ່າ: “ຫຼັກ​​ທຳມະ-​ຊົນ​ຊາດ​-ລັດທິ​ສັງຄົມ​ນິຍົມ“, ກອງ​ປະຊຸມ​​ໃຫ່ຍຜູ້​ແທນ​ພຸດທະສາສະໜາ​​ຮ່າ​​ໂນ້ຍ ຄັ້ງທີ 7 ຈະ​ວາງ​ອອກ​ທິດ​ທາງ​ໃຫ້​ແກ່​ອາຍຸ​ການ​ຕໍ່​ໄປ, ​ເລືອກ​ຕັ້ງຄະນະ​ບໍລິຫານ​ງານ ​ແລະ ສົ່ງ​ຄະນະ​ຜູ້​ແທນ​ເຂົ້າຮ່ວມກອງ​ປະຊຸມ​​ໃຫ່ຍ​ພຸດທະສາສະໜາ​​ທົ່ວ​ປະ​ເທດ​ໃນ​ທ້າຍ​ປີ 2012.

 

ຂ່າວ/ບົດ​ອື່ນ