ໄຂກອງປະຊຸມໃຫຍ່ຜູ້ແທນຊາວຄຼິດຫວຽດນາມຄັ້ງທີ7 ອາຍຸການ 2018-2023

(VOVWORLD) -ຕອນເຊົ້າວັນທີ 13 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນຊາວຄຼິດ ຫວຽດນາມ ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ ຄັ້ງທີ 7 ອາຍຸການ 2018 -2023 ໄດ້ໄຂຂຶ້ນຢູ່ ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງຜູ້ແທນກວ່າ 400 ຄົນຊື່ງແມ່ນຄູນພໍ່, ຊາວຄຼິດ .
ໄຂກອງປະຊຸມໃຫຍ່ຜູ້ແທນຊາວຄຼິດຫວຽດນາມຄັ້ງທີ7 ອາຍຸການ 2018-2023 - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:TTXVN) 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ໄດ້ສະເຫນີວ່າ: ຄະນະກຳມະການສາມັກຄີຄິດທະສາສະຫນາ ຍົກສູງປະສິດທິຜົນການເຄື່ອນໄຫວ, ປະກອບສ່ວນປະຕິບັດແນວທາງສະມາຄົມສາສະຫນາມີຄວາມສະຫນິດຕິດພັນ, ຮ່ວມເດີນທາງພ້ອມກັບຊາດ, ເພີ່ມທະວີການສ້າງສາ ແລະ ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເສີມຂະຫຍາຍມູນເຊື້ອ ແລະ ຄຸນສົມບັດ, ສາສະຫນາ, ຕໍ່ສູ້ຕ້ານບັນດາກົນອຸບາຍແບ່ງແຍກຊົນຊາດ, ສາສະຫນາ. ທ່ານກ່າວວ່າ:

        “ ຄະນະກຳມະການໄດ້ເຕົ້າໂຮມ, ສ່ອງແສງຄວາມມຸ່ງມາດປາດຖະຫນາຂອງຊາວຄຼິດ, ຂອງສະມາຄົມສາສະຫນາຕໍ່ລັດ ແລະ ແນວໂຮມປະເທດຊາດຫວຽດນາມ ເພື່ອປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຂອງຊາວຄຼິດ ແລະ ສະມາຄົມສາສະຫນາ, ກໍ່ສ້າງ ແລະ ປັບປຸງອົງການສາສະຫນາທຸກຂັ້ນໃຫ້ນັບມື້ນັບເຂັ້ມແຂງ, ເໝາະສົມກັບບົດບາດແມ່ນອົງການເຕົ້າໂຮມ, ສ້າງຄວາມສາມັກຄີໃນຊາວຄິຼດຫວຽດນາມ.”

ຕອບກັບ

ຂ່າວ/ບົດ​ອື່ນ