(ພາບ:vtv.vn)
(VOV)- ວັນທີ 8/11, ຢູ່ປັກກີງ, ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 18 ຂອງ ພັກກອມມູນິດຈີນ ໄດ້ຖືກໄຂຂຶ້ນ ໂດຍມີການເຂົ້າຮ່ວມຂອງຜູ້ແທນກ່ວາ 2000 ທ່ານຊື່ງ ຕາງໜ້າໃຫ້ສະມາຊິກພັກກ່ວາ 80 ລ້ານຄົນ. ກອງປະຊຸມຄັ້ງນີ້ຈະດຳເນີນແຕ່ວັນທີ 8-14/11 ຊື່ງຈະສຸມໃສ່ປຶກສາຫາລື ແລະ ຮັບຮອງເອົາບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກກອມມູນິດຈີນ ຊຸດໃໝ່…. ຕາມທ່ານທາຍສິ່ງຊ່ຽວ ໂຄສົກກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 18 ພັກກອມມູນິດຈີນ ແລ້ວ, ກອງປະຊຸມໃຫ່ຍກໍ່ຈະສະຫລຸບວຽກງານໃນ 5 ປີຜ່ານມາ ແລະ ພຶດຕິກຳຕົວຈິງຂອງພັກຈາກກອງປະຊຸມໃຫ່ຍພັກຄັ້ງທີ 16 ມາເຖິງປະຈຸບັນ, ສ້າງໂຄງການເຄື່ອນໄຫວ ແລະ ແຜນນະໂຍບາຍ, ນະໂຍບາຍໃຫ່ຍຢ່າງມີລັກສະນະວິທະຍາສາດ, ເໝາະສົມກັບຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ສ້າງຍຸດທະສາດຊຸກຍູ້ການເປີດປະຕູຢ່າງຮອບດ້ານເປີດກ້ວາງ, ສ້າງລັດທິສັງຄົມນິຍົມທັນສະໄໝ, ຊຸກຍູ້ພາລະກິດການກໍ່ສ້າງພັກ.