ໄຂກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ9

ໄຂກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ9 - ảnh 1
​(ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ
ກ່າວຄຳເຫັນທີ່ກອງປະຊຸມໃຫຍ່)

(vovworld) – ​ ​ ​ ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ຄັ້ງ​ທີ 9 ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າ​ວັນ​ທີ 07/12 ຢູ່ ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ມີ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ; ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ; ທ່ານ​ນາຍົກລັດຖະມົນຕີ, ປະທານ​ສະພາ​ແຂ່ງຂັນ - ຍ້ອງຍໍສູນ​ກາງ ຫງວຽນ​ເຕີ໋ນຢຸງ; ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ພ້ອມ​ກັບ​ການ​ນຳ, ອະ​ດີດການ​ນຳ​ພັກ, ລັດ ຫລາຍ​ທ່ານ ​ແລະ ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ໃຫຍ່ 1.800 ທ່ານ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ​ນາຍົກລັດຖະມົນຕີ, ປະທານ​ສະພາ​ແຂ່ງຂັນ​ຍ້ອງຍໍ​ສູນ​ກາງ ຫງວຽນ​ເຕີ໋ນຢຸງ ​ເນັ້ນ​ໜັກ​ວ່າ: ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້ ​ແມ່ນ​ເຫດການ​ການ​ເມືອງ​ສຳຄັນ, ​ແມ່ນ​ວັນ​ບຸນ​ໃຫຍ່​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຊີ້​ແຈ້ງວ່າ:

        “ ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ທົ່ວ​ປະ​ເທດ​ຄັ້ງ​ທີ 9 ​ແມ່ນ​ໂອກາດ​​ເພື່ອຍ້ອງຍໍ, ​ເຊີດ​ຊູ​ບັນດາ​ໝູ່​ຄະນະ, ສ່ວນ​ບຸກຄົນ, ບັນດາ​ນັກ​ວິລະ​ຊົນ​, ນັກຮົບ​ແຂ່ງຂັນ ​ແລະ ບັນດາ​ແບບຢ່າງ​ທີ່​ກ້າວໜ້າ, ປັດ​ໃຈທີ່ດີ​ເດັ່ນ​ໃນທົ່ວ​ປະະ​ເທດ. ກອງ​ປະຊຸມ​ໃຫຍ່​ຍັງ​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ປຸກລະດົມ​ໃຫ້​ກຳລັງ​ໃຈທົ່ວພັກ, ທົ່ວ​ກອງທັບ, ທົ່ວ​ປວງ​ຊົນ​ປຸກລຸກ​ກຳລັງ​ແຮງ​ອັນ​ໃຫຍ່ຫລວງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ, ຍູ້​ແຮງ​​ພາລະກິດ​ປ່ຽນ​ໃໝ່ຢ່າງຮອບດ້ານ, ສ້າງ​ກຳລັງ​ໜູນປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກຢ່າງ​ມີ​ໄຊ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ຫັນ​ປະ​ເທດ​ຊາດເປັນປະ​ເທດ​ອຸດ​ສາ​ຫະກຳ ​ແລະ ທັ​ນສະ​ໄໝ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

        ​ເມື່ອລາຍ​ງານ​ໝາກຜົນຂອງ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ​ແລ​ະ ວຽກງານ​ຍ້ອງຍໍ ​ໄລຍະ 5 ປີ (2011 - 2015), ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ, ຮອງ​ປະທານ​ຜູ້ທີ 1 ສະພາ​ແຂ່ງຂັນ - ຍ້ອງຍໍ​ສູນ​ກາງ ຊີ້​ແຈ້ງວ່າ: ນັບ​ແຕ່ພາຍຫລັງກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ທົ່ວ​ປະ​ເທດ​ຄັ້ງ​ທີ 8 ມາ​ຮອດ​ປະຈຸ​ບັນ, ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ ​ແລະ ວຽກ​ງາ​ນ​ແຂ່ງຂັນ, ຍ້ອງຍໍ​ໃນ​ທົ່ວ​ປະ​ເທດ​ໄດ້​ມີ​ການ​ຫັນປ່ຽນ​ຕັ້ງໜ້າ​ຫລາຍ​ຢ່າງ. ບັນດາຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ມີ​ການ​ປ່ຽນ​ໃໝ່​ຫລາຍ​ຢ່າງ ກ່ຽວ​ກັບ​ເນື້ອ​ໃນ ​ແລະ ຮູບ​ການ, ​ແທດ​ຈິງ ​ແລະ ມີ​ປາະສິດທິ​ຜົນ​ກ່ວາ. ​ໂດຍ​ຜ່ານ​ບັນດາ​ຂະ​ບວນການ​ແຂ່ງຂັນດັ່ງກ່າວ​ນັ້ນ ​ມີ​ຫລາຍ​​ແບບຢ່າງທີ່​ດີ​ເດັ່ນ​ຂອງ​ໝູ່​ຄະນະ, ສ່ວນ​ບຸກຄົນ​ໃນ​​ການ​ອອກແຮງ​ງານ, ທຳ​ການ​ຜະລິດ.

    ກ່າວ​ຄຳ​ເຫັນຊີ້​ນຳ​ກອ​ງ​ປ​ະ​ຊຸມໃຫຍ່, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກ​ອມ​ມູ​ນິດ​ຫວຽດ​ນ​າມ ຫງວຽຍ​ຟຸ​ຈ​້ອງ ຊີ້​ແຈ້ງວ່າ.

      “ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ​, ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ​ຕ້ອງ​ສຸມ​ໃສ່ ແລະ ປະ​ຕິ​ບັດ​ໜ້​າ​ທີ່​ຢ່າງ​ໃຫຍ່​ຫຼວງນັ້ນ​ແມ່ນ ​ປຸກລະ​ດົມ​ກຳ​ລັງ​ໃຈ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ແລະ ທົ່ວ​ກອງ​ທັບ ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ​ແນວ​ທາງ​ຂອງ​ພັກ, ນະ​ໂຍ​ບາຍ​ກົດ​ໝາຍ​​ຂອງ​ລັດ ເປັນ​ຢ່າງ​ດີ. ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ແຕ່​ລະ​ຄົນຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ໜ້າ, ເປັນ​ແບບ​ຢ່າງ​ເປ​ັນ​ຢ່າງ​ດີ, ​ເປັນ​ແກ່ນ​ສານ​ໃນ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຢ່າງ​ແທ້​ຈິງ. ສືບ​ຕໍ່​ປ່ຽນ​ໃໝ່​ຢ່າງ​ຮອບ​ດ້ານ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ​ນັບ​ທັງ​​ດ້ານ​ເນື້ອ​ໃນ ແລະ ຮູບ​​ການ, ວິ​ທີ​ກາ​ນ​ຈັດ​ຕັ້ງ​ຮັບ​ປະ​ກັນ​​ຄວາມ​ກົມ​ກ​ຽວ​ລະ​ຫວ່າງ 3 ຜົນ​ປະ​ໂຫຍດ​ຄື ຜົນ​ປະ​ໂຫຍດ​ຂອງ​​ຜູ້​ອອກ​ແຮງງ​ານ, ໝູ່​ຄະ​ນະ, ທ້ອງ​ຖ​ິ່ນ, ຫົວ​ໜ່ວຍ ແລະ ຜົນ​ປະ​ໂຫຍດ​ຂອງ​ສັງ​ຄົມ. ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​ຄົ້ນ​ພົບ​ປັດ​ໃຈ​ໃໝ່, ເພີ່ມ​ທະ​ວ​ີ​ການ​ຍ້ອງ​ຍໍຢ່າງ​ທັນ​ການ, ເອົາ​ໃຈ​ໃສ່​ເຖິງວຽກ​ງານ​ຍ້ອງ​ຍໍ​ບັນ​ດາ​​ຜູ້​ອອກ​ແຮງງານ​ໂດຍ​ກົງ. ​ໂດຍຜ່ານ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ພັດ​ທະ​ນາ, ບຳ​ລຸງ​ສ້າງ ແລະ ທະ​ວີ​ຄູນ​ບັນ​ດາ​ແບບ​ຢ່າງ​ດີ​ເດັ່ນ”.

      ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ກໍ​ສະ​ເໜີ​ໃຫ້​ບັນ​ດ​າ​ອົງ​ການ​ສື່ມວນ​ຊົນ​ຕ້ອງ​ປະ​ຕ​ິ​ບັດ​ວຽກ​ງານ​ໂຄ​ສະ​ນາ​ ແລະ ທະ​ວີ​ຄູນ​ບັນ​ດາ​ແບບ​ຢ່າງ​​ທີ່ດີ​ເດັ່ນ​ໃຫ້​ດີກວ່າ​ອີກ.

 


ຂ່າວ/ບົດ​ອື່ນ