ໄຂການຝຶກແອບຮັບມືກັບໄພພິບັດທຳມະຊາດ Ardex 13

ໄຂການຝຶກແອບຮັບມືກັບໄພພິບັດທຳມະຊາດ Ardex 13 - ảnh 1
ບັນດາຜູ້ແທນເຂົ້າຮ່ວມພິທີໄຂ
(ພາບ: VGP/Nguyên Linh)

(vovworld) – ຕອນ​ເຊົ້າ​ວັນ​ທີ 23/10, ຢູ່ ຮ່າ​ໂນ້ຍ​ ​ໄດ້​ໄຂ​ການ​ຝຶກ​ແອບ​ຮັບ​ມື​ກັບ​​ໄພພິບັດທຳ​ມະ​ຊາດ ​ແລະ ກູ້​ໄພ​ກູ້​ຊີບ​ມະນຸດສະທຳ​ພາ​ກພື້ນ ອາ​ຊຽນປີ 2013 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 10 ປະ​ເທດ​ອາ​ຊຽນ ​ແລະ ບັນດາປະ​ເທ​ດສັງ​ເກດ​ການ​ຄື ຍີ່ປຸ່ນ, ຈີນ, ສ ​ເກົາຫຼີ, ອົດ​ສະ​ຕາ​ລີ, ​ອາ​ເມ​ລິກາ, ບັນດາ​ອົງການ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ອົງການ​ສາກົນ​ອື່ນ​ໆ. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ພ້ອມ​ກັນ​ຝຶກ​ອົບຮົມ, ຕີ​ລາຄາ​ບັນດາ​ບັນຫາ​ກ່ຽວ​ກັບ​ການຈັດ​ຕັ້ງ​ການປ້ອງ​ກັນ, ປະສານ​ງານ​ການ​ເຄື່ອ​ນ​ໄຫວ​ຮັບ​ມືກັບ​ສະພາວະ​ສຸກ​ເສີນ ​ແລະ ກູ້​ໄພ​ກູ້​ຊີບ​ໄພ​ພິບັດ​ຢູ່​ຂັ້ນ​ພາກ​ພື້ນ, ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ມີ​ປະສິດທິ​ຜົນ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ການ​ຮັບ​ມືກັບ​ໄພພິບັດ​ທຳ​ມະ​ຊາດ​​ໃຫຍ່​ທີ່​ເກີດ​ຂອບ​ເຂດຄວາມ​ສາມາດ​ຮັບ​ມືຂອງ​ແຕ່ລະ​ປະ​ເທດ. ການ​ຝຶກ​​ແອບ​ນີ້​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກສະ​ເພາະ​ກິດກ່ວາ 2.000 ຄົນ ​ແລະ ພາຫະນະ, ອຸປະກອນ​ສະ​ເພາະ​ຫຼາຍ​ຢ່າງ…​ARDEX – 13 ​ໄດ້​ຮັບ​ການ​ຕີ​ລາຄາ​ແມ່ນ​ການ​ຝຶກ​ແອບ​ມີ​ຂອບ​ຂະໜາດ​ໃຫຍ່​ສຸດ​​ໃນ​ບັນດາ​ການ​ຝຶກ​ແອບ​ຮັບ​ມື​ກັບ​ໄພພິບັດ​ທຳ​ມະ​ຊາດ​ຢູ່ ຫວຽດນາມ ນັບແຕ່​ກ່ອນ​ມາຮອດ​ປະຈຸ​ບັນ.

 

 

ຂ່າວ/ບົດ​ອື່ນ