ໄຂ​ການ​ວາງ​ສະ​ແດງ ຫົ​ວເລື່ອງ​ສະ​ເພາະ “Vladimir Ilyich Lenin ແລະ ຍຸ​ກສະ​ໄໝ”

(VOVWORLD) -ເພື່ອຮັບປະກັນການແຍກຫ່າງທົ່ວສັງຄົມຢ່າງຖືກຕ້ອງຕາມມະຕິເລກທີ 16 ໃນວັນທີ 31 ມີນາ 2020 ຂອງນາຍົກລັດຖະມົນຕີ, ຜູ້ຊົມສາມາດເບິ່ງການວາງສະແດງດັ່ງກ່າວໃນເວັບໄຊ ຂອງ ຫໍພິພິທະພັນ ໂຮ່ຈີມິນ.

ການວາງສະແດງຫົວເລື່ອງສະເພາະ “Vladimir Ilyich  Lenin ແລະ ຍຸກສະໄໝ” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 21 ເມສາ 2020 ຢູ່ ຫໍພິພິທະພັນໂຮ່ຈີມິນ, ເຮືອນເລກທີ 19 ຖະໜົນງອກຮ່າ, ເມືອງ ບາດິງ, ນະຄອນ ຮ່າໂນ້ຍ. ເຫດການໂດຍຄະນະໂຄສະນາສຶກສາສູນກາງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ເຂດອະນຸສອນສະຖານ Vladimir Ilyich  Lenin, ນະຄອນ Ulianop (ສະຫະພັນ ລັດເຊຍ) ສົມທົບກັນຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 150 ປີ ແຫ່ງວັນຄ້າຍວັນເກີດຂອງທ່ານ Vladimir Ilyich  Lenin (22 ເມສາ 1870 – 22 ເມສາ 2020), 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ສະຫະພັນ ລັດເຊຍ (30 ມັງກອນ 1950 – 30 ມັງກອນ 2020), ຕອບສະໜອງບັນດາການເຄື່ອນໄຫວໂດຍຫວຽດນາມຈັດຂຶ້ນ ຢູ່ ສະຫະພັນ ລັດເຊຍ ແລະ ການເຄື່ອນໄຫວໂດຍສະຫະພັນລັດເຊຍຈັດຂຶ້ນ ຢູ່ ຫວຽດນາມ (2019 - 2020). ທ່ານ ຫວູແມັງຮ່າ, ຜູ້ອຳນວຍການຫໍພິພິທະພັນ ໂຮ່ຈີມິນໃຫ້ຮູ້ວ່າ:

        “Vladimir Ilyich  Leninແມ່ນນັກແນວຄິດທີ່ຍິ່ງໃຫຍ່, ນັກທິດສະດີດ້ານການເມືອງທີ່ດີເລີດ, ເປັນຜູ້ນຳທີ່ອັດສະລິຍະບູລຸດຂອງຊົນຊັ້ນກຳມະກອນ, ປະຊາຊົນ, ຊາວອອກແຮງງານ ແລະ ບັນດາຊົນຊາດທີ່ຖືກກົດຂີ່ຂູດຮີດໃນທົ່ວໂລກ. ການວາງສະແດງຫົວເລື່ອງ “Vladimir Ilyich  Lenin ແລະ ຍຸກສະໄໝ” ໄດ້ແນະນຳກ່ຽວກັບຊີວິດການເປັນຢູ່, ພາລະກິດປະຕິວັດຂອງ Lenin ແລະ ບັນດາການປະກອບສ່ວນອັນຍິ່ງໃຫຍ່ຂອງທ່ານສຳລັບປະເທດລັດເຊຍ, ສຳລັບການປະຕິວັດກຳມະຊີບໃນໂລກ ແລະ ປະຊາຊົນບັນດາປະເທດຫົວເມືອງຂຶ້ນໃນນັ້ນມີ ຫວຽດນາມ”

ຕອບກັບ

ຂ່າວ/ບົດ​ອື່ນ