ໄຂການສົນທະນາຍຸດທະສາດ ແລະ ເສດຖະກິດ ອາເມລິກາ - ຈີນ ຄັ້ງທີ 5

ໄຂການສົນທະນາຍຸດທະສາດ ແລະ ເສດຖະກິດ ອາເມລິກາ - ຈີນ ຄັ້ງທີ 5 - ảnh 1

​ໄຂ​ການ​ສົນທະນາ​ຍຸດ​ທະ​ສາດ ​ແລະ ​ເສດຖະກິດ ອາ​ເມ​ລິ​ກາ - ຈີນ ຄັ້ງທີ 5

(ພາບ: Getty)

(vovworld) - ວັນ​ທີ 10/7, ການ​ສົນທະນາ​ຍຸດ​ທະ​ສາດ ​ແລະ ​ເສດຖະກິດ ອາ​ເມ​ລິ​ກາ - ຈີນ ຄັ້ງ​ທີ 5 ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ ວໍ​ຊິງ​ຕັນ (ປະ​ເທດ ອາ​ເມ​ລິ​ກາ). ​ໃນ 2 ວັນ​ເຮັດ​ວຽກ, ການ​ນຳ​ຂອງ​ກ່ວາ 20 ກະຊວງ, ຂະ​ແໜງ​ການ​ຂອງ​ທັງ 2 ປະ​ເທດ ຈະ​ປຶກສາ​ຫາລື ​ແລະ ທາ​ບທາມ​ຄວາມ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ການ​ເມືອງ, ຄວາມ​ໝັ້ນຄົງ, ​ເສດຖະກິດ ​ແລະ ການ​ເງິນ. ບັນດາ​ການ​ປຶ​ກສາ​ຫາລື​ຍຸດ​ທະ​ສາດ​ໂດຍທ່ານ​ກຳມະການ​ ລັດຖະບານ​ ຈີນ ​ຢ່າງ​ຈິ​ວຈື໋ ພ້ອມ​ກັບ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ເປັນ​ປະທານ, ​ໃນ​ຂະນະ​ນັ້ນທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຈີນ ອ໋ວາງຢ໋າງ ​ແລະ ລັດຖະມົນຕີ​ກະຊວງ​ການ​ເງິນ ​ອ​າ​ເມ​ລິ​ກາ Jack Lew ​ເປັນ​ປະ​ທານ​ບັນດາ​ການ​ສົນທະນາ ກ່ຽວ​ກັບ​ຫົວ​ຂໍ້​ເສດຖະກິດ​ການ​ເງິນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ການ​ສົນທະນາ, ທ່ານ​ຮອງ​ປະທານາທິບໍດີ ອາ​ເມ​ລິ​ກາ Joe Biden ຢຶນຢັນ​ວ່າ: ​ເຖິງ​ວ່າ 2 ຝ່າຍ​ຍັງ​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ຫຼາຍ​ຢ່າງກໍ່ຕາມ ​ແຕ່ ວໍ​ຊິງ​ຕັນ ​ແລະ ປັກ​ກິ່ງ ອາດ​ຈະ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ມີ​​ປະ​ໂຫຍ​ດ​ໃຫ້​ທັງ 2 ຝ່າຍ, ຜ່ານ​ບັນດາ​ມາດ​ຕະການ​ຮ່ວມ​ມື, ​ເຈລະຈາ​ຢ່າງ​ກົງ​ໄປ​ກົງ​ມາ ​ແລະ ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ.

ຂ່າວ/ບົດ​ອື່ນ