ໄຂການເຈລະຈາ ປ້ອງກັນຊາດ Shangri La ຄັ້ງທີ 11

ໄຂການເຈລະຈາ ປ້ອງກັນຊາດ Shangri La ຄັ້ງທີ 11 - ảnh 1

ປະທານາທິບໍ​ດີ​ ອິນ​ໂດ​ເນ​ເຊຍ ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ

(ພາບ:nld.com.vn)

( vovworld ) –  ຕອນຄ່ຳວັນທີ 1/6, ກອງປະຊຸມຂັ້ນສູງ​ປ້ອງກັນຄວາມ ສະຫງົບອາຊີ (ຫຼືເອີ້ນວ່າ ການເຈລະຈາປ້ອງກັນຊາດ Shangri La) ຄັ້ງ ທີ 11 ໄດ້ຖືກໄຂຂຶ້ນຢູ່ສິງກະໂປ. ກອງ​ປະຊຸມ​ປີ​ນີ້ ມີ​ການ​ເຂົ້າຮ່ວມ​ຂອງ​ຜູ້ຕາງໜ້າ 28 ປະ​ເທດ​ອາຊີ-​ປາຊີ​ຟິກ, ບັນດາ​ເຈົ້າໜ້າ​ທີ່​ອັງກິດ, ຝະລັ່ງ, ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ. ຫົວ​ຂໍ້ຂອງ​ກອງ​ປະຊຸມ​ທີ່​ແກ່ຍາວ​ເປັນ​ເວລາ 3 ວັນ​ນີ້​ລວມມີ: ບັນດາ​ໂຄ​ງການ​ຫັນ​ການ​ທະຫານເປັນທັນສະໄໝ, ດຸນ​ດ່ຽງ​ກຳລັງ​ທົ່ວ​ໂລກ, ​ໂຄງ​ປະກອບ​ຄວາມ​ສະຫງົບ​ປອດ​ໄພ​ພາກ​ພື້ນ, ຕ້ານ​ບັນດາ​ໄພ​ນາບ​ຂູ່​ຂ້າມ​ຊາດ, ຮັບ​ມື​ກັບ​ໄພພິບັດ​ທຳ​ມະ​ຊາດ. ທີ່​ກອງ​ປະຊຸມ, ບັນຫາ​ທະ​ເລ​ຕາ​ເວັນ​ອອກໍ່​ຈະ​ຖືກ​ເຕື້ອງ​ເຖິງ. ນອກຈາກ​ການ​ເຈລະຈາ​ຫຼາຍ​ຝ່າຍ, ການເຈລະຈາປ້ອງກັນຊາດ Shangri La ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ເຈົ້າໜ້າ​ທີ່​ປ້ອງ​ກັນ​ປະ​ເທດ​ຂັ້ນສູງ​ດຳ​ເນີນ​ການພົບ​ປະ​ສອງ​ຝ່າຍ​ຄັ້ງຕ່າງໆ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ ​ປະທານາທິບໍ​ດີ​ ອິນ​ໂດ​ເນ​ເຊຍ Susilo Bambang Yudhoyono ​ເນັ້ນໜັກ​ວ່າ: ປະຈຸ​ບັນ, ໂສມ​ໜ້າດ້ານ​ການ​ເມືອງ​ຢູ່​ພາກ​ພື້ນອາຊີ-​ປາຊີ​ຟິກ ​ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ​​ແລ້ວ, ການ​ພົວພັນ​ລະຫວ່າງ​ປະ​ເທດ​ຕ່າງໆ ​ແລະ ພາກ​ພື້ນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຂຶ້ນ, ການ​ຮ່ວມ​ມື​ສຳລັບ​ແຕ່ລະ​ປະ​ເ​ທດກໍ່​ໄດ້​ຮັບການເປີດ​ກ້ວາງ ​ແຕ່​ຍັງ​ມີ​ບັນດາ​ການ​ທ້າ​ທາຍ ​ແລະ ບັນ​ດາບັນຫາ​ດ້ານ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ.

   ​ໃນ​ຂອບ​ເຂດກອງປະຊຸມຂັ້ນສູງ​ປ້ອງກັນຄວາມ ສະຫງົບອາຊີ ຄັ້ງທີ 11 ຢູ່​ສິງກະ​ໂປ, ວັນ​ທີ 2/6, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ Leon Panetta ​ໄດ້​ປະກາດ​ ລາຍ​ລະອຽດ​ຍຸດ​ທະ​ສາດ​ການ​ປະຫານ​ຂອງ​ປະ​ເທດ​ນີ້​ຢູ່​ອາຊີ-​ປາຊີ​ຟິກ ເປັນຄັ້ງທຳ​ອິດ. ທ່ານ​ໃຫ້​ຮູ້​ວ່າ, ​ຈຸດໝາຍ​ຮອດ​ປີ 2020 ຂອງອາ​ເມ​ລິ​ກາ ​ແມ່ນ​ຈະ​ມີ 60% ກຳ​ປັ່ນ​ສູ້​ຮົບ​ເຄື່ອນ​ໄຫວ​ຢູ່​ອາຊີ-​ປາຊີ​ຟິກ.

 

ຂ່າວ/ບົດ​ອື່ນ