ໄຂການເຈລະຈາສັນຍາຄູ່ຮ່ວມມືເຂດປາຊີຝິກ

ໄຂການເຈລະຈາສັນຍາຄູ່ຮ່ວມມືເຂດປາຊີຝິກ - ảnh 1
(ພາບປະກອບ)

(vovworld) –  ທ່ານ​ເລືອ​ງຮວ່າງ​ທ໋າຍ, ຫົວໜ້າ​ກົມ​ນະ​ໂຍບາຍ​ການ​ຄ້າ​ຫຼາຍ​ຝ່າຍ, ກະຊວງ​ອຸດສາຫະກຳ​ການ​ຄ້າ​ໃຫ້​ຮູ້​ວ່າ, ວາລະ​ເຈລະຈາ​ດ້ານ​ເຕັກນິກ​ໃນ​ຂອບ​ເຂດການ​ເຈລະຈາສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາຊີ​ຝິກ (TPP) ຖືກ​ໄຂ​ຂຶ້ນ​ໃນວັນ​ທີ 12/05, ຢູ່​ນະຄອນ​ໂຮ່ຈິ​ມິນ. ​ເຂົ້າ​ຮ່ວມ​ກອງປະຊຸ​ມມີ​ຫົວໜ້າ​ຄະນະ​ເຈລະຈາ 12 ທ່ານທີ່​ມາ​ຈາກ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ສັນຍາ, ​ໄດ້​ແບ່ງ​ອອກເປັນ​ຫຼາຍໜ່ວຍ​ເຈລະຈາ​ສະ​ເພາະ, ຄາດ​ວ່າ​ຈະ​ແກ່ຍາວ​ແຕ່​ນີ້​ຮອດ​ທ້າຍ​ສັບປະດາ. ບັນດາ​ໜ່ວຍ​ເຈລະຈາ​ຈະ​ສຸມ​ໃສ່​ເຂົ້າ​ໃນ​ການ​ເປີດ​ປະຕູ​ຕະຫຼາດ​ສິນຄ້າ, ການ​ບໍລິການ ກໍ່​ຄື​ບັນດາ​ເນື້ອ​ໃນ​ຍັງ​ຕິດ​ຂັດ​​​ເຊິ່ງ​ບໍ່​ທັນ​​ແກ້​ໄຂ​​ໄດ້ໃນ​ບັນດາ​ວາລະ​ເຈລະຈາ​ຄັ້ງ​ກ່ອນຄື​ບັນດາ​ບັນຫາ​ປອດ​ການ​ຄ້າ ​ເຊິ່ງລວມມີ ການ​ລົງທຶນ, ສະພາບ​ແວດ​ລ້ອມ, ​ແຮງ​ງານ, ຊັບ​ສິນ​ທາງ​ປັນຍາ. ທ່ານ ເລືອ​ງຮວ່າງ​ທ໋າຍ ກໍ່​ໃຫ້​ຮູ້​ວ່າ ​ໃນ​ຂອບ​ເຂດ​ການ​ເຈລະຈາ TPP, ນອກຈາກ​ບັນດາ​ເນື້ອ​ໃນ​ລວ​ມ​ແລ້ວ ​ບັນດາ​ປະ​ເທດ​ຈະ​ມີ​ການ​ເຈລະຈາ 2 ຝ່າຍ​ນຳ​ກັນອີກຄື: ຫວຽດນາມ - ອີ​ຢູ, ຍີ່ປຸ່ນ - ອາ​ເມ​ລິ​ກາ… ກ່ອນ​ນັ້ນ, ກົມ​ນະ​ໂຍບາຍ​ການ​ຄ້າ​ຫຼາຍ​ຝ່າຍ​ໃຫ້​ຮູ້​ວ່າຂ້າ​ຫຼວງ​ໃຫຍ່​ການ​ຄ້າອີ​ຢູ ກໍ່​ໄດ້​ມາ​ເຮັດ​ວຽກ​ກັບ​ຫວຽດນາມ  ​ເພື່ອ​ຊຸກຍູ້​ວິວັດ​ການ​ເຈລະຈາ​ ກໍ່​ຄື​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ 2 ຝ່າຍ​ກໍ່​ຕັດສິນ​ໃຈ​ຈະ​ບັນລຸ​​ຂໍ້​ຕົກລົງ​​ໂດຍ​ໄວ. ວາລະ​ປະຊຸ​ມດ້ານ​ເຕັກນິກ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​ກະ​ກຽມ​ໃຫ້​ວາລະ​ປຶກສາ​ຫາລື​ຂັ້ນ​ລັດຖະມົນຕີ​ຢ່າງ​ເປັນ​ທາງ​ການ ​ເຊິ່ງຈະຈັດ​ຂຶ້ນ​ຢູ່​ສິງກະ​ໂປ ​ໃນ​ລະຫວ່າງ​ວັນ​ທີ 19 – 20/05.

ຂ່າວ/ບົດ​ອື່ນ