ໄຂຄ້າຍພັກແລ້ງ ແທງດາ ດ້ວຍຫົວຂໍ້ “ຄວາມເອກອ້າງທະນົງໃຈຕໍ່ເຂດທະເລໝູ່ເກາະຂອງບ້ານເກີດເມືອງນອນ”

ໄຂຄ້າຍພັກແລ້ງ ແທງດາ ດ້ວຍຫົວຂໍ້ “ຄວາມເອກອ້າງທະນົງໃຈຕໍ່ເຂດທະເລໝູ່ເກາະຂອງບ້ານເກີດເມືອງນອນ” - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​​ຕັ້ງ​ຄ້າຍ​ພັກ​ແລ້ງ ​ແທງ​ດາ
(ພາບ: TẤN THẠNH- NLĐO)

(vovworld) – ພິທີ​ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​​ຕັ້ງ​ຄ້າຍ​ພັກ​ແລ້ງ ​ແທງ​ດາ ​ແລະ ພິທີ​ໄຂ​ງານ​ຕັ້ງຄ້າຍພັກ​ແລ້ງ​ຄັ້ງ​ທີ 1 ປີ 2013 ​ໄຂ​ຂຶ້ນ​ໃນ​ຕອນ​ຄຳ່ວັນ​ທີ 3/6, ຢູ່​ນະຄອນ ​ໂຮ່ຈີ​ມິນ. ຜ່ານການຈັດ​ຕັ້ງ​ມາ​ເປັນ​ເວລາ 35 ປີ, ຄ້ານ​ພັກ​​ແລ້ງ ​ໄດ້​ຕ້ອນຮັບ​ເດັກນ້ອຍ​ກ່ວາ 92.000 ​ເທື່ອຄົນ​ເຂົ້າ​ຮ່ວມ​ດ້ວຍ​ບັນດາ​ຮູບ​ແບບ​ດຳ​ເນີນ​ຊີວິດ​​ແບບ​ລວມໝູ່, ຝຶກ​ຝົນ​ຫລໍ່​ຫລອ​ມວິຖີ​ຊີວິດ​​ເພິ​ງຕົນ​ເອງກຸ້ມ​ຕົນ​ເອງ. ປີ​ນີ້, ຄ້າຍພັກ​ແລ້ງ ​ແທງ​ດາ ດ້ວຍ​ຫົວ​ຂໍ້ “​ຄວາມເອກອ້າງ​ທະ​ນົງ​ໃຈຕໍ່​​ເຂດ​ທະ​ເລໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ”, ປະ​ກອບ​ສ່ວນ ​​ເສີມ​ສ້າງຄວາມ​ຮັກ​ຕໍ່​ບ້າ​ນ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ປະ​ເທດ​ຊາດ, ຜ່ານ​ນັ້ນ​ໄດ້​ຝາກ​ຝັງ​ບັນດາ​ນ້ຳ​ໃຈ​ຂອງ​ນັກ​ຮຽນ​ເຖິງ​ທະຫານ​ເຮືອພວມ​ປົກ​ປັກ​ຮັກສາ​ເຂດ​ທະ​ເລ​ເກາະ​ຂອງ​ປະ​ເທດ​ຊາດ​ທັງ​ວັນ ​ແລະ ຄືນ. ນ້ອງ ຮ່າ​​ເຕ້ວມິ​ງ, ນັກຮຽນ​ສັງກັດ ​ໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນ Collette, ​ໃຫ້​ຮູ້​ວ່າ:

“ຄ້າຍ​ພັກ​ແລ້ງ ​ແທງ​ດາ ​ແມ່ນ​ບ່ອນ​ລ້າ​ຫລີ້ນ​ທີ່​ມີ​​ປະ​ໂຫຍ​ດທີ່​ສະຫງວນ​ໃຫ້​ແກ່​ອະນຸຊົນ, ​ເຍົາວະ​ຊົນ​, ຊ່ວຍ​ໃຫ້​ພວກ​ນ້ອງ​ມີ​ບົດຮຽນ​ໃນ​ຊີວິດ​ໃນ​ອະ​ນາ​ຄົດ. ນອກ​ນັ້ນ, ນ້ອງ​ຍັງ​ມີ​ເພື່ອນ​ຫຼາຍ​ຄົນ, ຖອດ​ຖອນ​ບົດຮຽນ​ຈາກ​ໝູ່, ນ້ອງ​ມ່ວນ​ຊື່​ນຫຼາຍຍ້ອນ​ວ່າ​ໄດ້​ເປີດ​ກ້ວາງ​ຂອບ​ເຂດການ​ພົວພັນແລກປ່ຽນ. ຍ້ອນ​ວ່າ, ນີ້​ແມ່ນ​ບ່ອນ​ລ້າ​ຫລີ້​ນທີ່ມີ​ປະ​ໂຫຍ​ດ ​ແລະ ມີ​ປະສິດທິ​ຜົນຫຼາຍ​​ເພື່ອຊ່ວຍ​ໃຫ້​ພວກ​ເພື່ອນ​ກາຍ​ເປັນ​ພົນລະ​ເມື​ອງຜູ້​ທີ່​ດີຂ​ອງປະ​ເທດ​ຊາດ”

ຂ່າວ/ບົດ​ອື່ນ