ໄຂ​ຄ້າຍ​ພັກ​ແລ້ງ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ໄວ​ໜຸ່ມນະ​ຄອນ ໂຮ່​ຈີ​ມິນ ປີ 2023

(VOVWORLD) -    ຕອນເຊົ້າວັນທີ 11 ກໍລະກົດ, ຄະນະກຳມະການກ່ຽວກັບຊາວ ຫວຽດນາມອາໄສຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ແລະ ຄະນະຊາວໜຸ່ມນະຄອນ ໄດ້ສົມທົບກັນຈັດຕັ້ງພິທີໄຂ ຄ້າຍພັກແລ້ງ “ຊາວໜຸ່ມເຍົາວະຊົນ ແລະ ໄວໜຸ່ມນະຄອນ ໂຮ່ຈີມິນ” ຄັ້ງທີ 16 ປີ 2023, ດ້ວຍຫົວຂໍ້ “ຄວາມເອກອ້າງທະນົງໃຈຂອງປະເທດຊາດ ຫວຽດນາມ”.
ໄຂ​ຄ້າຍ​ພັກ​ແລ້ງ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ໄວ​ໜຸ່ມນະ​ຄອນ ໂຮ່​ຈີ​ມິນ ປີ 2023 - ảnh 1ຊາວໜຸ່ມ, ເຍົາວະຊົນເຂົ້າຮ່ວມລາຍການຄ້າຍພັກແລ້ງ ຖ່າຍຮູບເປັນທີ່ລະນຶກ (ພາບ: hcmcpv.org.vn)

ຄ້າຍພັກແລ້ງ ມີການເຂົ້າຮ່ວມຂອງຊາວໜຸ່ມເຍົາວະຊົນ ຫວຽດນາມ ທີ່ອາໄສຢູ່ 15 ປະເທດ ແລະ ເຂດແຄວ້ນໃນໂລກ. ໂດຍດຳເນີນພາຍໃນ 5 ວັນ, ຄ້າຍພັກແລ້ງ ແມ່ນໂອກາດເພື່ອໃຫ້ຊາວໜຸ່ມເຍົາວະຊົນ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດໄປຢ້ຽມຢາມບັນດາສະຖານທີ່ທີ່ມີຊື່ສຽງຢູ່ ນະຄອນ ໂຮ່ຈີມິນ, ເປັນຕົ້ນແມ່ນ: ທຳນຽບເອກະລາດ, ຫໍພິພິທະພັນປະຫວັດສາດ…; ເຂົ້າຮ່ວມບັ້ນເຄື່ອນໄຫວອາສາສະໝັກ ພ້ອມກັບຊາວໜຸ່ມເຍົາວະຊົນນະຄອນ ຢູ່ຕາແສງ ແທ້ງອານ, ເມືອງ ເກີນເຢີ; ຢື້ຢາມຖາມຂ່າວບັນດາຄອບຄົວເປົ້າໝາຍນະໂຍບາຍ, ອະນາໄມສິ່ງແວດລ້ອມ, ແຂ່ງຂັນກິລາມິດຕະພາບ, ພິເສດແມ່ນຈັດຕັ້ງການໂອ້ລົມສົນທະນາ “ໄວໜຸ່ມແທ້ງອານ ເຊື່ອມໂຍງສາກົນ” ຢູ່ຕາແສງເກາະແທ້ງອານ.

        ທ້າວ ຫງວຽນຕວັນຄາງ, ນັກສຶກສາ ມ5, ຊາວໜຸ່ມຫວຽດນາມ ອາໄສຢູ່ ຮຸງກາຣີ ໄດ້ເຂົ້າຮ່ວມຄ້າຍພັກແລ້ງ ເປັນເທື່ອທຳອິດ, ມີຄວາມກະຕືລືລົ້ນຕໍ່ກັບບັນດາການເຄື່ອນໄຫວອາສາສະໝັກຢູ່ຕາແສງເກາະແທ້ງອານ, ເມືອງ ເກີນເຢ.

        “ສຳຄັນທີ່ສຸດແມ່ນນ້ອງໄດ້ຊອກຮູ້ກ່ຽວກັບປະເທດຊາດ, ກ່ຽວກັບຊີວິດຢູ່ອ້ອມຂ້າງຕື່ມອີກ. ນ້ອງເຫັນວ່າ ການເຄື່ອນໄຫວອາສາສະໝັກແມ່ນມີຄວາມໝາຍທີ່ສຸດ. ເມື່ອກັບເມືອ ຮຸງກາຣີ, ນ້ອງຈະເລົ່າສູ່ເພື່ອນມິດຟັງກ່ຽວກັບວຽກງານການກຸສົນ ເຊິ່ງນ້ອງໄດ້ເຂົ້າຮ່ວມ ເພື່ອຊ່ວຍເຫຼືອປະຊາຊົນ ແລະ ແນະນຳກ່ຽວກັບປະເທດ ຫວຽດນາມ.”

ຕອບກັບ

ຂ່າວ/ບົດ​ອື່ນ