ໄຂງານຕະຫລາດນັດວາງສະແດງສິນຄ້າຫວຽດນາມຄຸນນະພາບສູງຢູ່ສະຫະພັນລັດເຊຍ

ໄຂງານຕະຫລາດນັດວາງສະແດງສິນຄ້າຫວຽດນາມຄຸນນະພາບສູງຢູ່ສະຫະພັນລັດເຊຍ - ảnh 1
(ການປະຊຸມຂ່າວ ງານ​ຕະຫລາດນັດ - ຂາຍ​ສິນຄ້າ “ສິນຄ້າ
 ຫວຽດນາມ ຄຸນ​ນະພາບ​ສູງ ມົດ​ສະ​ກູ ປີ 2015)

(vovworld) – ງານ​ຕະຫລາດນັດ - ຂາຍ​ສິນຄ້າ “ສິນຄ້າ ຫວຽດນາມ ຄຸນ​ນະພາບ​ສູງ ມົດ​ສະ​ກູ ປີ 2015” ​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 12/11 ທີ່ສູນ Incentra ຮ່າ​ໂນ້ຍ - ມົດ​ສະ​ກູ ນະຄອນຫລວງ​ຂອງ​ສະຫະພັນ ລັດ​ເຊຍ. ງານ​ຕະຫລາດນັດ ​ໂດຍ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ສົມທົບ​ກັບ​ບັນດາ​ກະຊວງ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ສະຖານ​ທູດ ຫວຽດນາມ ປະ​ຈຳ ລັດ​ເຊຍ, ບໍລິສັດ​ຫຸ້ນ​ສ່ວນ​ການ​ລົງທຶນ​ສູນ​ການ​ຄ້າ ຮ່າ​ໂນ້ຍ - ມົດ​ສະ​ກູ (Incentra) ​ແລະ ທະນາຄານ​ລົງທຶນ ​ແລະ ພັດທະນາ ຫວຽດນາມ (BIDV) ຈັດ​ຕັ້ງ. ນີ້​ແມ່ນ​ການ​ເຄື່ອ​ນ​ໄຫວ​ສົ່ງ​ເສີມ​ການ​ຄ້າທີ່​ມີ​ຄວາມ​ໝາຍ​ສຳຄັນ ​ນອນ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວຕ່າງໆ ສ້າງ​ກາລະ​ໂອກາດ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ໂຄສະນາ​ຜະລິດ​ຕະພັນ ​ແລະ ​ເຄື່ອງໝາຍ​ການ​ຄ້າ, ສຳ​ພັດກັບ​ຕະຫລາດ, ກໍ່ສ້າງ ​ແລະ ພັດທະນາ​ຕາໜ່າງ​ແຈກ​ຢາຍ​ຢູ່​ຕະຫລາດ​ສະຫະພັນ ລັດ​ເຊຍ. ທີ່ເຂົ້າ​ຮ່ວມ​ງານ​ຕະຫລາດນັດມີວິ​ສາ​ຫະກິດ ຫວຽດນາມ ​ເກືອບ 170 ​ແຫ່ງ ດ້ວຍ​ສິນຄ້າທີ່​ມີຄຸນ​ນະພາ​ບດີ 10.000 ກ່ວາ​ປະ​ເພດ ​ເຊິ່ງ​ເຊັ່ນ: ​ເຄື່ອງຕ່ຳ​ແຜ່ນ​ຕັດຫຍິບ, ​ເກີບ​ໜັງ, ​ເຄື່ອງ​ສິລະ​ປະຫັດ​ຖະ​ກຳ, ​ເຄື່ອງ​ເປັນ​ທີ່​ລະນຶກ…

ຂ່າວ/ບົດ​ອື່ນ