ໄຂ​ງານ​ຕະຫຼ​າດ​ນັດ​ກ​ານ​ທ່ອງ​ທ່ຽວ​ສາ​ກົນ​ນະ​ຄອນ​ໂຮ່​ຈີ​ມິ​ນ​ປີ 2019

(VOVWORLD) -ວັນທີ 5 ກັນຍາ, ງານຕະຫຼາດນັດສາກົນນະຄອນໂຮ່ຈີມິນ ປີ 2019 (Internationnal Travel Expo Ho Chi Minh City – ITE HCMC 2019) ໄດ້ໄຂຂຶ້ນຢູ່ສູນງານຕະຫຼາດນັດ ແລະ ວາງສະແດງ ໄຊ່ງ່ອນ (SECC), ເມືອງ 7, ນະຄອນ ໂຮ່ຈີມິນ.
ໄຂ​ງານ​ຕະຫຼ​າດ​ນັດ​ກ​ານ​ທ່ອງ​ທ່ຽວ​ສາ​ກົນ​ນະ​ຄອນ​ໂຮ່​ຈີ​ມິ​ນ​ປີ 2019 - ảnh 1ການນຳພັກ ແລະ ລັດ ເຂົ້າຮ່ວມພິທີໄຂງານຕະຫຼາດນັດການທ່ອງທ່ຽວສາກົນນະຄອນໂຮ່ຈີມິນປີ 2019 (ພາບ: VGP) 

ກ່າວຄຳເຫັນໄຂງານຕະຫຼາດນັດ, ທ່ານ ເຈິ່ນວິງຕ໊ວຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ITE HCMC ບໍ່ພຽງແຕ່ແມ່ນການເຄື່ອນໄຫວໂຄສະນາການທ່ອງທ່ຽວເທົ່ານັ້ນ ຫາກຍັງ ນຳມາເຊິ່ງກາລະໂອກາດໃຫ້ແກ່ການແນະນຳວັດທະນະທຳ, ຊາວ ຫວຽດນາມ ເຖິງເພື່ອນມິດສາກົນອີກດ້ວຍ.

ໄປຄຽງຄູ່ກັນນັ້ນ, ITE HCMC ໄດ້ຢັ້ງຢືນວ່າ ແມ່ນເຫດການທ່ອງທ່ຽວແຫ່ງຊາດ ໄດ້ຈັດຕັ້ງຂຶ້ນໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມຈັດຕັ້ງ ແລະ ໄດ້ຮັບການໜູນຊ່ວຍ ຈາກສະຫະພັນທ່ອງທ່ຽວ 5 ປະເທດໃນພາກພື້ນຍ່ານລຸ່ມແມ່ນ້ຳຂອງແມ່ນ ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ.

ປັດຈຸບັນ ITE HCMC ໄດ້ກາຍເປັນເຫດການລົງເລິກຂະແໜງໜຶ່ງດຽວຢູ່ ຫວຽດນາມເຊິ່ງສຸມໃສ່ຕະຫຼາດທັງຢູ່ພາຍໃນ ແລະ ຕ່າງປະເທດ, ດຶງດູດການເຂົ້າຮ່ວມຂອງກົມກອງສື່ສານສາກົນ, ແລະຫົວໜ່ວຍວາງສະແດງນັບຮ້ອຍແຫ່ງ ແລະ ຜູ້ຊື້ຊາວບໍລິການ ທີ່ມາຈາກ 40 ປະເທດ ແລະ ເຂດແຄ້ວນ. ພ້ອມກັນນັ້ນ, ITE HCMC ກໍ່ແມ່ນເຫດການໜຶ່ງດຽວທີ່ໄດ້ຮັບການອຸປະຖຳຈາກກະຊວງທ່ອງທ່ຽວ 5 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ