ໄຂງານຕະຫຼາດນັດປາຈາ ແລະ ບັນດາຜະລິດຕະພັນສິນໃນນຳ້ປີ 2017

(VOVWORLD) - ວັນທີ 5 ຕຸລາ, ຢູ່ ຮ່າໂນ້ຍ ໄດ້ໄຂ “ງານຕະຫຼາດນັດປາຈາ ແລະ ບັນດາຜະລິດຕະພັນສິນໃນນຳ້ ຫວຽດນາມ“.

ໄຂງານຕະຫຼາດນັດປາຈາ ແລະ ບັນດາຜະລິດຕະພັນສິນໃນນຳ້ປີ 2017 - ảnh 1 ໄຂງານຕະຫຼາດນັດປາຈາ ແລະ ບັນດາຜະລິດຕະພັນສິນໃນນຳ້ປີ 2017

(ພາບ: nongnghiep.vn)

ເຫດການນີ້ໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດຈັດຕັ້ງໃນ 3 ວັນ ແຕ່ວັນທີ 06-08 ຕຸລາ.

        ງານຕະຫຼາດນັດປາຈາ ແລະ ບັນດາຜະລິດຕະພັນສິນໃນນຳ້ ຫວຽດນາມ ດ້ວຍ 100 ຮ້ານວາງສະແດງສິນຄ້າຂອງ 40 ວິສາຫະກິດ ທີ່ແນະນຳບັນດາຜະລິດຕະພັນທີ່ມີມູນຄ່າເພີ່ມຈາກປາຈາ, ບັນດາຜະລິດຕະພັນຈາກກຸ້ງ, ປາທູນາ ແລະ ຜະລິດຕະພັນຈາກສິນໃນນຳ້ຈຳນວນໜຶ່ງຢູ່ຕະຫຼາດພາຍໃນປະເທດເວົ້າລວມ, ຕະຫຼາດພາກເໜືອເວົ້າສະເພາະ, ມຸ່ງໄປເຖິງການເປີດກວ້າງອອກສູ່ຕະຫຼາດພາກພື້ນ ແລະ ສາກົນ. ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວູວັນຕ໋າມ, ໃຫ້ຮູ້ວ່າ:

        “ໃນຂະນະທີ່ເຂົ້າ, ໝາກໄມ້ ແລະ ຜະລິດຕະພັນກະເສດອື່ນໆຢູ່ເຂດທົ່ງພຽງແມ່ນຳ້ຂອງພວມຕ້ອງປະເຊີນໜ້າກັບການທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດນັ້ນ, ສິນໃນນຳ້ພັດມີທ່າໄດ້ປຽບ. ນີ້ແມ່ນໂອກາດເພື່ອໃຫ້ເຂດ ແລະ ບັນດາວິສາຫະກິດສິນໃນນຳ້ສຸມໃສ່ພັດທະນາທ່າໄດ້ປຽບ, ມຸ່ງໄປເຖິງການພັດທະນາຢ່າງໝັ້ນຄົງ “.

        ທີ່ງານຕະຫຼາດນັດນີ້ ມີບັນດາຮ້ານແນະນຳຜະລິດຕະພັນສິນໃນນ້ຳ ນຳ້ປາ, ນຳ້ມັນຈາກປາ, ຂອງແຫ້ງ…ບັນດາສິນຄ້າໜູນຊ່ວຍຂະແໜງລ້ຽງປູກສິນໃນນຳ້; ສ່ວນເຂດວາງສະແດງອາຫານຈາກປາຈາແມ່ນກວ້າງເກືອບ 300 ຕາແມດ.

ຕອບກັບ

ຂ່າວ/ບົດ​ອື່ນ