ໄຂງານບຸນ ວັດເຮືອງ ປີ 2024

(VOVWORLD) - ທ່ານ ດັ້ງວັນແກ໋ງ, ຮອງປະທານຄະນະກຳມະການປະຊາຊົນເມືອງ ໝີ້ດຶກ, ຫົວໜ້າຄະນະຈັດຕັ້ງງານບຸນວັດເຮືອງ ປີ 2024, ໃຫ້ຮູ້ວ່າ: ຄະນະຈັດຕັ້ງງານບຸນ ວັດເຮືອງ ໄດ້ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ແຂກທ່ອງທ່ຽວ ມາທ່ຽວຊົມ:
ໄຂງານບຸນ ວັດເຮືອງ ປີ 2024 - ảnh 1ການສະແດງສິລະປະທີ່ພິທີໄຂ
(ພາບ:Thanh Tùng/TTXVN)

ວັນທີ 15 ກຸມພາ, ຢູ່ເດີນວັດ ທຽນຈູ່ - ວັດເຮືອງ, ເມືອງ ໝີ້ດຶກ, ນະຄອນ ຮ່າໂນ້ຍ, ໄດ້ໄຂງານບຸນ ວັດເຮືອງ 2024. ເພື່ອກະກຽມໃຫ້ງານບຸນ, ຄະນະຈັດຕັ້ງໄດ້ປະຕິບັດສຳເລັດທຸກໆວຽກງານ ແລະ ກະກຽມການຮັບໃຊ້ແຂກທ່ອງທ່ຽວໃນໄລຍະຕົ້ນປີ. ທ່ານ ດັ້ງວັນແກ໋ງ, ຮອງປະທານຄະນະກຳມະການປະຊາຊົນເມືອງ ໝີ້ດຶກ, ຫົວໜ້າຄະນະຈັດຕັ້ງງານບຸນວັດເຮືອງ ປີ 2024, ໃຫ້ຮູ້ວ່າ: ຄະນະຈັດຕັ້ງງານບຸນ ວັດເຮືອງ ໄດ້ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ແຂກທ່ອງທ່ຽວ ມາທ່ຽວຊົມ:

“ຄະນະຈັດຕັ້ງຊີ້ນຳປະຕິບັດວຽກງານກະກຽມເພື່ອຕ້ອນຮັບແຂກທ່ອງທ່ຽວມາທ່ຽວຊົມ, ຖະຫວາຍທູບທຽນ. ກ່ອນອື່ນໝົດ, ພວກຂ້າພະເຈົ້າໄດ້ສຸມໃສ່ຊີ້ນຳການອະນາໄມເຂດແຄມທາງ; ສ້າງຫຼາຍສະຖານທີ່ໂຄສະນາຂໍ້ມູນຂ່າວສານເພື່ອໃຫ້ແຂກທ່ອງທ່ຽວຮູ້ໄດ້ວຽກງານການປ່ຽນແປງໃໝ່ຂອງວັດ ເຮືອງ”.

ຕອບກັບ

ຂ່າວ/ບົດ​ອື່ນ