ໄຂງານບຸນ ອຽນຕື້ 2024

(VOVWORLD) -   ປີນີ້, ນອກຈາກບັນດາພິທີກຳທີ່ສັກກະລະບູຊາແລ້ວ, ຍັງມີບັນດາການເຄື່ອນໄຫວດ້ານວັດທະນະທຳທີ່ເປັນເອກະລັກສະເພາະອີກດ້ວຍ.
ໄຂງານບຸນ ອຽນຕື້ 2024 - ảnh 1(ພາບປະກອບຈາກ TTXVN )

ຕອນເຊົ້າວັນທີ 19 ກຸມພາ (ກົງກັບວັນທີ 10 ເດືອນຈຽງ), ງານບຸນລະດູບານໃໝ່ ອຽນຕື້ 2024 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນ ອວງບີ້, ແຂວງ ກ໋ວາງນິງ. ນີ້ແມ່ນໜຶ່ງໃນບັນດາງານບຸນໃຫຍ່ສຸດໃນປີຢູ່ ຫວຽດນາມ.

        ປີນີ້, ນອກຈາກບັນດາພິທີກຳທີ່ສັກກະລະບູຊາແລ້ວ, ຍັງມີບັນດາການເຄື່ອນໄຫວດ້ານວັດທະນະທຳທີ່ເປັນເອກະລັກສະເພາະອີກດ້ວຍ.

        ງານບຸນໄດ້ດຶງດູດປະຊາຊົນຈາກທຸກສາລະທິດພາກັນຂຶ້ນຈ່ອມພູ ອຽນຕື້ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ພະພຸດ - ເຈົ້າຊີວິດ ເຈິ່ນເຍີນຕົງ.

        “ປີນີ້ຝົນຕົກ, ອາກາດບໍ່ອຳນວຍຄວາມສະດວກໃຫ້ການປິ້ນພູກໍ່ຕາມ ແຕ່ນີ້ແມ່ນບັນຍາກາດຍາມລະດູບານໃໝ່, ບັນຍາກາດຂອງງານບຸນ, ມີໂຊກມີລາບຫຼາຍ. ຂ້າພະເຈົ້າຮູ້ສຶກເບິກບານມ່ວນຊື່ນ, ມານີ້ເພື່ອບູຊາພະພູດ, ເຊິ່ງເປັນສະຖານທີ່ດູແລຈິດໃຈຂອງຊາວ ຫວຽດ, ນ້ຳໃຈຂອງຊາວ ຫວຽດ, ແມ່ນກົກເຄົ້າເຫງົ້າກໍ່ຂອງຊາດ ດັ່ງນັ້ນ, ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນທີ່ສຸດ”.

        “ດົນໆຈຶ່ງໄດ້ກັບມາຢາມອຽນຕື້, ເຫັນວ່າແຫ່ງນີ້ມີການປ່ຽນແປງຫຼາຍຢ່າງ ແລະ ສວຍງາມ. ມື້ນີ້, ເຖິງວ່າຝົນຕົກກໍ່ຕາມ ແຕ່ຂ້າພະເຈົ້າກໍ່ໄດ້ປິນພູ, ຕ້ອງປິນພູຂຶ້ນຈ່ອມພູດ້ວຍຕົນເອງ”.

 

ຕອບກັບ

ຂ່າວ/ບົດ​ອື່ນ