ໄຂງານບຸນກາເຟ ບວນມາທວດ ຄັ້ງທີ 5

ໄຂງານບຸນກາເຟ ບວນມາທວດ ຄັ້ງທີ 5 - ảnh 1
ງານ​ບຸນ​ກາ​ເຟ ບວນມາ​ທວດ ຄັ້ງ​ທີ 5
(ພາບ: chinhphu.vn)


(vovworld) – ພິທີໄຂ​ງານ​ບຸນ​ກາ​ເຟ ບວນມາ​ທວດ ຄັ້ງ​ທີ 5, ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 10/03, ຢູ່​ນະຄອນ​ບວນມາ​ທວດ, ​ແຂວງ​ດັກ​ລັກ, ດ້ວຍ​ຫົວ​ຂໍ້ “​ເຕົ້າ​ໂຮມ​ຈຸດ​ຍອດ​ຍິ່ງຂອງ​ເຂດພູ​ຜາ​ປ່າ​ໄມ້”, ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ໂຄສະນາ, ​ແນະນຳ​ຜະ​ລິດ​ຕະພັນກາ​ເຟ ຫວຽດນາມ ​ເວົ້າ​ລວມ, ກາ​ເຟ ບວນມາ​ທວດ - ດັກ​ລັກ ​ເວົ້າ​ສະ​ເພາະ; ຢືນຢັນ​ທີ່​ຕັ້ງ​ສຳຄັນ​ຂອງ​ກາ​ເຟ ຫວຽດນາມ ​ໃນ​ຂະ​ແໜງ​ກາ​ເຟຂອງ​ໂລກ. ນີ້ກໍ່​ແມ່ນ​ກາລະ​ໂອກາດ​ເພື່ອ​ເພີ່ມ​ທະວີ​ການ​ສົ່ງ​ເສີມ​ການ​ຄ້າ, ​ດຶງ​ດູດ​ນັກ​ລົງທຶນ, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​​ໃນ​ການ​ຜະລິດ, ປຸງ​ແຕ່ງ, ສົ່ງ​ອອກ… ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ຢ່າງ​ໝັ້ນຄົງ​ຂອງ​ຂະ​ແໜງ​ກາ​ເຟ ຫວຽດນາມ ​ແລະ ກາ​ເຟ ບວນມາ​ທວດ. ຜ່ານ​ນັ້ນ, ປະ​ກອບ​ສ່ວນ​ຊຸກຍູ້​​ດ້ານ​ເສດຖະກິດ, ສັງຄົມ​ຂອງ​ແຂວງ​ເວົ້າ​ລວມ, ​ຂະ​ແໜງ​ກະສິກຳ, ອຸດສາຫະກຳ​ປຸງ​ແຕ່ງ​ເວົ້າ​ສະ​ເພາະ ​ໃຫ້​ພັດທະນາ​ຢ່າງ​ໄວ ​ແລະ ໝັ້ນ​ຄົງ ​ເພື່ອ​ນຳ​ແຂວງ ດັກ​ລັກ ກາຍ​ເປັນ​ໃຈກາງ​ເສດຖະກິດ, ສັງຄົມ​ຂອງ​ເຂດ​ໄຕ​ງວຽນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ພົນ​ເອກ ​ເຈີ​ນດ້າຍ​ກວາງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ, ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ ​ເນັ້ນ​ໜັກ​ວ່າ.

        “ບັນດາ​ແຂວງ​ຢູ່​ເຂດ​ໄຕ​ງວຽນ ຕ້ອງ​ສົມທົບ​ກັບ​ກະຊວງ, ຄະນະ, ຂະ​ແໜງ​ການ​ຂັ້ນ​ສູງ​ກາງ​ຢ່າງ​ແໜ້ນ​ແຟ້ນ, ​ໂດຍ​ສະ​ເພາະ​ແມ່ນ​ກັບ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ປະຕິບັດ​ວຽກ​ງານ​ວາງ​ແຜນ​ກຳນົດ​ທີ່​ດິນປູກ​ກາ​ເຟ ​ເປັນ​ຢ່າງ​ດີ; ລົງທຶນ​ຄົ້ນຄວ້າ​ຍົກ​ສູງ​ຄຸນ​ນະພາ​ບ​ແນວ​ພັນ​ປູກ, ນຳ​ໃຊ້​ວິທະຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ​ເຂົ້າ​ໃນ​ການ​ປູກ, ປົວລະບັດ, ປຸງ​ແຕ່ງ​ກາ​ເຟ. ​ເພີ່ມ​ທະວີ​ການ​ຮໍ່າຮຽນ​​ເອົາບົດຮຽນ​ຈາກ​ບັນດາ​ປະ​ເທດ​ປູກ​ຕົ້ນ​ກາ​ເຟ ຈາກ​ຂອດ​ປູກ, ປົວລະບັດ, ປຸງ​ແຕ່ງ, ຍູ້​ແຮງ​ການ​ສົ່ງ​ເສີມ, ​ເປີດ​ກວ້າງ​ຕະຫຼາດຈຳ​ໜ່າຍ, ​ເປີດ​ກວ້າງການພົບ​ປະ, ​ແລກປ່ຽນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ທ່ອງ​ທ່ຽວ​ຢູ່​ເຂດ​ໄຕ​ງວຽນ ​ໃຫ້​ຫຼາຍ​ກວ່າ”.

        ​ໄຂ​ງານ​ບຸນ​ດາ​ເຟ ບວນມາ​ທວດ ຄັ້ງ​ທີ 5 ດຳ​ເນີນ​ໄປ​ແຕ່​ວັນ​ທີ 09 – 12/03.

ຂ່າວ/ບົດ​ອື່ນ